ວິທະຍຸ ກະຈ່າຍສຽງຫວຽດນາມ, ໂອຕຣິດ ຫ້າມເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 14 ປີ ນຳໃຊ້ບັນດາແພຣດຟອມສື່ສັງຄົມອອນໄລ ແລະ ບັງຄັບໃຫ້ຢັ້ງຢືນອາຍຸ ເມື່ອເຂົ້າບັນດາເວັບໄຊ ທີ່ມີເນື້ອໃນສຳລັບຜູ້ໃຫຍ່. ຫລັງຈາກລັດຖະບານໂອຕຣິດ ຫາກໍຮັບຮອງເອົາຮ່າງກົດໝາຍວ່າດ້ວຍການເພີ່ມທະວີການປົກປ້ອງເດັກໃນສື່ສັງຄົມອອນໄລ, ຕາມນັ້ນແລ້ວ, ຫ້າມເດັກນ້ອຍທີ່ມີອາຍຸຕ່ຳກວ່າ 14 ປີ ນຳໃຊ້ບັນດາແພຣດຟອມ ສື່ສັງຄົມອອນໄລ ແລະ ບັງຄັບໃຫ້ຢັ້ງຢືນອາຍຸເມື່ອເຂົ້າບັນດາເວັບໄຊ ທີ່ມີເນື້ອໃນສຳລັບຜູ້ໃຫຍ່. ຕາມຮ່າງກົດໝາຍດັ່ງກ່າວ, ບັນດາພື້ນຖານ ສື່ສັງຄົມອອນໄລ ຈະມີໄລຍະສົ່ງຕໍ່ແກ່ຍາວ ຮອດວັນທີ 1 ເມສາ 2027. ໃນໄລຍະນີ້, ບັນດາບໍລິສັດ ຕ້ອງຍົກເລີກຄຸນລັກສະນະ ກະຕຸ້ນໃຫ້ຕິດ ຫລື ນຳໃຊ້ມາດຕະການເຕັກນິກ ເພື່ອຈຳກັດບໍ່ໃຫ້ເດັກ ທີ່ມີອາຍຸຕ່ຳກວ່າ 14 ປີເຂົ້າໃນສື່ສັງຄົມອອນໄລໄດ້. ບັນດາບໍລິສັດລະເມີດ ອາດຈະປະເຊີນໜ້າກັບ ການປັບໄໝລົງໂທດ ຂຶ້ນເຖິງ 6% ຂອງລາຍຮັບທັງປີໃນທົ່ວໂລກ. ສ່ວນຢູ່ ໂປໂລຍ, ທ່ານ ປະທານາທິບໍດີ ຄາໂຣນ ນາວຣັອກກີ(Karol Nawrocki) ກໍໄດ້ລົງລາຍເຊັນ ປະກາດໃຊ້ກົດໝາຍຫ້າມເດັກນ້ອຍ ນຳໃຊ້ໂທລະສັບມືຖື ໃນໂຮງຮຽນປະຖົມ ແລະ ອະນຸບານ ພາຍຫລັງ ທີ່ສະພາແຫ່ງຊາດ ປະເທດນີ້ ໄດ້ຮັບຮອງເອົາ ເມື່ອຕົ້ນເດືອນຜ່ານມາ. ບັນດາມາດຕະການຈຳກັດດັ່ງກ່າວ ຈະມີຜົນສັກສິດແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

