ໃນລະຫວ່າງວັນທີ 29-31 ກໍລະກົດ 2026, ທີ່ ເມືອງວັງວຽງ, ແຂວງວຽງຈັນ, ກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (Mekong-Lancang Cooperation Special Fund) ຈັດສໍາມະນາລະດັບອະນຸພາກພື້ນ ພາຍໃຕ້ ຫົວຂໍ້: “ການເພີ່ມຂີດຄວາມສາມາດດ້ານເສດຖະກິດດີຈິຕອນ ເພື່ອຊຸກຍູ້ການເຕີບໂຕທາງເສດຖະກິດໃນອະນາຄົດ ໃນຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”.
ກອງປະຊຸມຄັ້ງນີ້, ເປັນການຜັນຂະຫຍາຍຖະແຫລງການຮ່ວມຂອງກອງປະຊຸມຜູ້ນໍາຂອງບັນດາປະເທດ ອະນຸພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ໃນປີ 2023 ແລະ ແຜນປະຕິບັດງານ 5 ປີ (2023-2027) ທີ່ເນັ້ນໃສ່ການສົ່ງເສີມການຮ່ວມມືດ້ານນະວັດຕະກໍາ, ເຕັກໂນໂລຊີ, ການເຊື່ອມໂຍງດີຈິຕອນ ແລະ ການຄ້າທາງອີເລັກໂຕຣນິກຂ້າມແດນ ເພື່ອຫລຸດຜ່ອນຊ່ອງວ່າງການພັດທະນາເສດຖະກິດດີຈິຕອນ ລະຫວ່າງ ປະເທດໃນອະນຸພາກພື້ນ.

ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີການຕ່າງປະເທດ ໄດ້ໃຫ້ກຽດກ່າວເປີດ ແລະ ຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ຂຶ້ນກ່າວຄໍາເຫັນໃນພາກເປີດກອງປະຊຸມ ໂດຍໄດ້ເນັ້ນເຖິງ ທິດຊີ້ນໍາຂອງບັນດາຜູ້ນໍາ ຂອງບັນດາປະເທດສະມາຊິກ MLC ຕໍ່ການຮ່ວມມືເສດຖະກິດດີຈິຕອນ ແລະ ຄວາມສໍາຄັນຂອງການສົ່ງເສີມການຮ່ວມມືດ້ານເຕັກໂນໂລຊີ ແລະ ເສດຖະກິດດີຈິຕອນ ເພື່ອກ້າວໄປສູ່ການເຊື່ອມໂຍງ ແລະ ເຊື່ອມຈອດທາງດ້ານເສດຖະກິດໃນພາກພື້ນ ແລະ ສາກົນ.
ຈຸດປະສົງ ແລະ ຄາດໝາຍ ຂອງການສໍາມະນາຄັ້ງນີ້ ແມ່ນເພື່ອນໍາເອົາບັນດາຜູ້ຊ່ຽວຊານຈາກຂະແໜງ ການກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ, ສະຖາບັນຄົ້ນຄວ້າ ການປຶກສາຫາລື ແລະ ແລກປ່ຽນບົດຮຽນເພື່ອເຫັນໄດ້ຄວາມຄືບໜ້າຂອງການຮ່ວມມື, ຊ່ອງວ່າງດ້ານກົດລະບຽບ ແລະ ຊຸກຍູ້ການຮັບຮອງມາດຕະຖານດີຈິຕອນຮ່ວມກັນ. ຜົນຂອງການສໍາມະນາຄັ້ງນີ້, ຈະເປັນຂໍ້ມູນພື້ນຖານນໍາໃຊ້ເຂົ້າໃນການກໍານົດທິດທາງວຽກງານການພັດທະນາເສດຖະກິດດີຈິຕອນ ຂອງບັນດາປະເທດສະມາຊິກ ເພື່ອກ້າວໄປສູ່ການເຊື່ອມໂຍງເສດຖະກິດ ຂອງອະນຸພາກພື້ນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຢ່າງໂລ່ງລ່ຽນ. ນອກນັ້ນ, ຍັງເປັນການເປີດໂອກາດໃຫ້ສາມາດເພີ່ມທະວີການປຶກສາຫາລື ແລະ ການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ຜູ້ກໍານົດນະໂຍບາຍ ແລະ ຜູ້ໃຫ້ບໍລິການແພລດຟອມດີຈິຕອນ ເພື່ອສະໜັບສະໜູນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ຢ່າງເປັນຮູບປະທໍາ.
ກອງປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງ ຄະນະກົມເສດຖະກິດ, ກະຊວງການຕ່າງປະເທດ ຂອງ ສປປ ລາວ, ໄດ້ປຶກສາຫາລື ເຖິງ 2 ຫົວຂໍ້ທີ່ສໍາຄັນຄື: ການທົບທວນຄືນດ້ານການປັບປຸງນະໂຍບາຍ ແລະ ຂອບກົດໝາຍໃຫ້ສອດຄ່ອງກັນ ເພື່ອການເຊື່ອມໂຍງ ເສດຖະກິດ ດີຈິຕອນໃນພາກພື້ນ; ການສົ່ງເສີມ MSMEs ໃນການເຂົ້າຮ່ວມການຄ້າທາງເອເລັກໂຕຣນິກຂ້າມແດນ ຜ່ານແພລດຟອມດີຈິຕອນ. ການສໍາມະນາຄັ້ງນີ້, ຈະເປັນບາດກ້າວໃໝ່ທີ່ສໍາຄັນຂອງ ສປປ ລາວ ແລະ ບັນດາປະເທດ MLC ໃນການຮ່ວມມືກັນສ້າງລະບົບນິເວດດີຈິຕອນ ທີ່ເຂັ້ມແຂງ, ປອດໄພ ແລະ ກວມລວມ ເພື່ອຂັບເຄື່ອນການເຕີບໂຕທາງເສດຖະກິດຢ່າງຍືນຍົງໃນອະນາຄົດ.
ຂ່າວ: ພະແນກສົ່ງເສີມການທູດເສດຖະກິດ, ກົມເສດຖະກິດ, ກະຊວງການຕ່າງປະເທດ.

