ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງບໍ່ດົນມານີ້, ສະຫະພັນບານເຕະສາກົນ ຫຼື FIFA ໄດ້ປະກາດວ່າ, ໄດ້ເລີ່ມສືບສວນທາງວິໄນກ່ຽວກັບການລະເມີດ ແລະ ການປະພຶດຜິດຫຼາຍຢ່າງຂອງສະຫະພັນບານເຕະອາກຊັງຕີນ ແລະ ນັກກິລາອາກຊັງຕີນ ໃນການແຂ່ງຂັນບານເຕະໂລກ 2026 ທີ່ອາເມຣິກາ-ການາດາ-ເມັກຊິກ ຮ່ວມກັນເປັນເຈົ້າພາບ. ໃນການປະກາດ, FIFA ລະບຸວ່າ: ຍ້ອນທີມຊາດອາກຊັງຕີນມີສ່ວນຮ່ວມທີ່ກ່ຽວຂ້ອງໃນຫຼາຍນັດຂອງການແຂ່ງຂັນ ລວມທັງແຟນບານຮ້ອງເພງດູໝິ່ນ ແລະ ສະແດງທ່າທາງຈຳແນກເຊື້ອຊາດ, ຊັກຊ້າເວລາເລີ່ມການແຂ່ງຂັນ, ບໍ່ເຄົາລົບລະບຽບການແຂ່ງຂັນ ແລະ ມາດຕະການຄວາມປອດໄພ, ການສະແດງຂໍ້ຄວາມທີ່ບໍ່ເໝາະສົມຂອງທີມ ແລະ ຜູ້ຊົມ, ຜູ້ຊົມແກວ່ງສິ່ງຂອງ ແລະ ການກະທຳອື່ນໆໃນໄລຍະການແຂ່ງຂັນຫຼາຍຄັ້ງ, ຄະນະກຳມະການວິໄນຂອງ FIFA ໄດ້ເລີ່ມດຳເນີນການສືບສວນທາງວິໄນຕໍ່ສະຫະພັນບານເຕະອາກຊັງຕີນ.

