ໃນວັນທີ 28 ກໍລະກົດ ຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ແອນ ຊານວາດໍ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງສາທາລະນະລັດ ແອນ ຊານວາດໍ ແມ່ນ ທ່ານ ນາງ ເອກຣີເຊນດາ ອາຣາເຊລີ ກອນຊາເລສ ໂລເປສ (H.E. Mrs. Egriselda Aracely González López) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ແອນ ຊານວາດໍ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ສາທາລະນະລັດ ແອນ ຊານວາດໍ ໄດ້ຮັບເອກະລາດໃນວັນທີ 15 ກັນຍາ 1821, ມີນະຄອນຫຼວງຊື່ວ່າຊານ ຊານວາດໍ (San Salvador), ມີລະບົບການປົກຄອງແບບລະບົບປະທານາທິບໍດີໂດຍມີ ປະທານາທິບໍດີເປັນປະມຸກລັດ ແລະ ຫົວໜ້າລັດຖະບານ ທີ່ມາຈາກການເລືອກຕັ້ງໃນທຸກໆ 5 ປີ; ແອນ ຊານວາດໍ ຕັ້ງຢູ່ກາງທະວີບອາເມຣິກາ ມີຊາຍແດນທາງທິດເໜືອຕິດກັບ ກົວເຕມາລາ ແລະ ຮົງດູຣັສ ແລະ ທາງທິດໃຕ້ມີຊາຍຝັ່ງຕິດກັບ ມະຫາສະໝຸດປາຊີຟິກ, ມີເນື້ອທີ່ທັງຫມົດ: 21,041 ກິໂລຕາແມັດ; ມີປະຊາກອນ ປະມານ 6,38 ລ້ານຄົນ; ພາສາທາງການ: ກາສເຕຢາໂນ/Castellano (ແອັສປາໂຍນ), ນັບຖືສາສະໜາຄຣິສ ເປັນສ່ວນໃຫຍ່ ແລະ ສາສະໜາອື່ນໆ; ໃຊ້ສະກຸນເງິນ:ໂດລາສະຫະລັດ (USD) ແລະ ເງິນດິຈິຕອນ (bitcoin) ແຕ່ສ່ວນໃຫຍ່ນໍາໃຊ້ໃນພາກເອກະຊົນ. ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີ ປະມານ 5,893 ໂດລາສະຫະລັດ (2025). ທ່າແຮງດ້ານເສດຖະກິດທີ່ສຳຄັນ ແມ່ນການທ່ອງທ່ຽວ, ລາຍຮັບຈາກແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ, ພະລັງງານ (ເຂື່ອນ, ພະລັງງານລົມ ແລະ ແສງຕາເວັນ ແລະ ຄວາມຮ້ອນຈາກພູໄຟ) ແລະ ອື່ນໆ.
ສາທາລະນະລັດ ແອນ ຊານວາດໍ ໄດ້ເຂົ້າເປັນສະມາຊິກອົງການສະຫະປະຊາຊາດ ໃນວັນທີ 24 ຕຸລາ 1945 ຊຶ່ງເປັນໜຶ່ງໃນ 50 ປະເທດກໍ່ຕັ້ງ ອົງການ ສປຊ, ໃນຖານະທີ່ເປັນສະມາຊິກຂອງສະຫະປະຊາຊາດ, ແອນ ຊານວາດໍ ໄດ້ປະກອບສ່ວນຢ່າງຫ້າວຫັນໃນຂົງເຂດຕ່າງໆຂອງ ສປຊ, ອັນພົ້ນເດັ່ນແມ່ນການປະກອບສ່ວນເຂົ້າໃນວຽກງານກອງກໍາລັງປົກປັກຮັກສາສັນຕິພາບຂອງ ສປຊ (PKO), ເຮັດໜ້າທີ່ເປັນປະທານຮ່ວມ ກຸ່ມເຮັດວຽກສະເພາະກິດ ວ່າດ້ວຍການປະຕິຮູບສະມັດຊາໃຫຍ່ ສປຊ ສະໄໝທີ 75, 76 ແລະ 77. ປັດຈຸບັນ, ເຮັດໜ້າທີ່ເປັນປະທານຮ່ວມ Global Dialogue on AI Governance (2025-2026). ນອກຈາກນັ້ນ, ຍັງມີບົດບາດການເຄື່ອນໄຫວຢ່າງຫ້າວຫັນໃນນາມເປັນສະມາຊິກຂອງກຸ່ມ G77 ແລະ ສປ ຈີນ, ກຸ່ມປະເທດນ້ອຍ (FOSS) ແລະ ປະເທດສັງເກດການຂອງ ຂະບວນການບໍ່ຮ່ວມກຸ່ມ (NAM).
ໃນໂອກາດດຽວກັນນີ້, ທັງສອງຝ່າຍ ຍັງໄດ້ຢືນຢັນຄືນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆໃນຕໍ່ໜ້າ, ລວມທັງ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ. ການສ້າງຕັ້ງສາຍພົວພັນການທູດຄັ້ງນີ້ເປັນການປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ “ສັນຕິພາບ ເອ ກະລາດ ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດກັບຕ່າງປະເທດເພີ່ມຂຶ້ນເປັນ 154 ປະເທດ ໃນທົ່ວໂລກ.
(ຂ່າວ: ກຕທ)

