ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເພື່ອເປັນການສືບສານ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ ທີ່ເຄີຍຈັດຕັ້ງປະຕິບັດກັນມາທຸກໆປີ, ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2026 ນີ້, ຊຶ່ງກົງກັບມື້ຂຶ້ນ 15 ຄ່ຳ ເດືອນ 8 ລາວ, ຊາວພຸດລາວທັງຫລາຍໃນທົ່ວປະເທດ ກໍຄື ຊາວພຸດລາວພາຍໃນແຂວງບໍ່ແກ້ວ ໄດ້ຮ່ວມໃຈກັນທຳບຸນໃສ່ບາດ ເນື່ອງໃນວັນບຸນເຂົ້າພັນສາ ປະຈຳປີ 2026 ຢູ່ຕາມຫົວວັດຕ່າງໆ ໃນ 5 ເມືອງທົ່ວແຂວງບໍ່ແກ້ວ ດ້ວຍບັນຍາກາດທີ່ຟົດຟື້ນ.
ໂດຍມີພຸດທະສາສະນິກະຊົນທັງເຖົ້າແກ່ອາວຸໂສ, ແມ່ຂາວ ແລະ ຄອບຄົວພີ່ນ້ອງປະຊາຊົນນັ່ງໂຮມກັນຢ່າງຮຽບຮ້ອຍ ເພື່ອປະກອບພິທີທາງສາສະໜາຢູ່ສິມ/ໂຮງທຳ ພ້ອມດ້ວຍພາເຂົ້າທານ, ໃສ່ບາດ ແລະ ການໄຕ້ທຽນບູຊາ ທີ່ປະກອບໄປດ້ວຍເຄື່ອງໄຊຍະທານ ເຊັ່ນ: ເຂົ້າຕົ້ມ, ເຂົ້າໜົມ, ດອກໄມ້ບູຊາ, ຖວາຍຜ້າຈີວອນ ຫລື ຜ້າຈຳນຳພັນສາ ໃຫ້ແກ່ພະພິກຂຸສົງ-ສາມະເນນ ເປັນພາບທີ່ຄຸ້ນຕາ ແຕ່ແຝງດ້ວຍຄວາມໝາຍອັນເລິກເຊິ່ງ ໃນວິຖີຊີວິດຂອງຄົນລາວ ໄດ້ພ້ອມຈິດພ້ອມໃຈກັນມາຮ່ວມທຳບຸນຢ່າງຫລວງຫລາຍ ໂດຍສະເພາະ ການແຕ່ງກາຍຢ່າງສຸພາບຮຽບຮ້ອຍຕາມຮູບແບບປະເພນີລາວ (ແມ່ຍິງນຸ່ງສິ້ນ, ຫົ່ມແພບ່ຽງ, ນຸ່ງເສື້ອຂາວ) ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມເຄົາລົບຕໍ່ສະຖານທີ່ ແລະ ຄວາມຕັ້ງໃຈໃນການສ້າງບຸນກຸສົນ. ການນຳເອົາຂັນໝາກເບັງ, ພາຂວັນ, ອາຫານຄົບຄະຂັນໂຫລ ແລະ ດອກໄມ້ທຽນມາຖວາຍ ບໍ່ພຽງແຕ່ເປັນການຮັກສາຮີດ 12 ຄອງ 14 ເທົ່ານັ້ນ, ແຕ່ຍັງເປັນການຝຶກຝົນຈິດໃຈໃຫ້ຮູ້ຈັກ “ການໃຫ້” (ທານ) ແລະ “ການເສຍສະລະ”.
ສຳລັບ ວັດແກ້ວໂພນສະຫວັນ ບ້ານໃຫຍ່ຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຂົ້າຮ່ວມໃນພິທີໃສ່ບາດປີນີ້ ມີທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ ພ້ອມດ້ວຍບັນດາການນຳພັກ-ລັດ ນ້ອຍໜຸ່ມຍິງ-ຊາຍ ແລະ ມວນຊົນເຮັດໃຫ້ບັນຍາກາດເຕັມໄປດ້ວຍຄວາມສັດທາ ແລະ ເບີກບານມ່ວນຊື່ນ. ນອກຈາກນີ້, ຢູ່ຕາມບັນດາຫົວວັດຕ່າງໆ ພາຍໃນເທສະບານແຂວງ ເຊັ່ນ: ວັດຈອມເຂົ້າມະນີລັດ, ວັດທາດສຸວັນນະຜ້າຄຳ, ວັດຂອນແກ້ວໄຊຍະຣາມ, ວັດປ່າອ້ອຍມະນີວັນ ແລະ ຫົວວັດຕ່າງໆ ໃນເມືອງ ທົ່ວແຂວງບໍ່ແກ້ວ ກໍໄດ້ມີການນຳພັກ-ລັດ ຂັ້ນເມືອງ, ນ້ອຍໜຸ່ມຍິງ-ຊາຍ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມຕັກບາດຢ່າງຄັບຄາໜ້າແໜ້ນ.
ການທຳບຸນໃສ່ບາດໃນວັນເຂົ້າພັນສາ ເປັນການສັກກາລະບູຊາພະຣັດຕະນະໄຕ, ບູຊາພະເຈົ້າໃຫຍ່ ແລະ ລະນຶກເຖິງຄຸນພະພຸດ, ພະທຳ, ພະສົງ, ພ້ອມທັງອຸທິດສ່ວນບຸນກຸສົນໃຫ້ແກ່ດວງວິນຍານຂອງບັນພະບູລຸດ, ຄຸນບິດາມານດາ, ຄູບາອາຈານ ແລະ ຍາດຕິພີ່ນ້ອງທີ່ລວງລັບໄປແລ້ວ. ພ້ອມກັນນັ້ນ, ຍັງເປັນການປັດຄວາມເຄາະຮ້າຍ ແລະ ຂໍໃຫ້ມີແຕ່ສິ່ງດີໆ ເຂົ້າມາໃນຊີວິດ ເຮັດໃຫ້ຄອບຄົວຢູ່ເຢັນເປັນສຸກ.
ການເຮັດບຸນສິນກິນທານຂອງພຸດທະສາສະນິກະຊົນລາວ ບໍ່ໄດ້ເປັນພຽງແຕ່ຄວາມເຊື່ອທາງສາສະໜາເທົ່ານັ້ນ, ແຕ່ແມ່ນເສົາຫລັກທາງວັດທະນະທຳ ແລະ ຈິນຕະນາກຳ ທີ່ຫລໍ່ຫລອມໃຫ້ຄົນລາວມີຄວາມອ່ອນນ້ອມຖ່ອມຕົນ, ມີຄວາມເມດຕາ ແລະ ສາມັກຄີກັນ. ການຮັກສາ ແລະ ສືບສານຄຸນຄ່ານີ້ໄວ້ ຈະເປັນເກາະປ້ອງກັນທາງຈິດໃຈ ແລະ ຄວາມໝັ້ນຄົງທາງວັດທະນະທຳຂອງຊາດຢ່າງຍືນຍົງ ເພື່ອໃຫ້ລູກຫລານໄດ້ສືບທອດຢູ່ຄູ່ກັບສັງຄົມລາວຕະຫລອດໄປ.

