ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ຄຣິສະຕີ ແມກເບນ ລັດຖະມົນຕີກະຊວງການບໍລິຫານເຫດສຸກເສີນ ຂອງອົດສະຕຣາລີ ໃຫ້ຮູ້ກ່ຽວກັບຜົນສໍາເລັດ ຂອງການທົດລອງລະບົບເຕືອນໄພສຸກເສີນລະດັບຊາດ “ອອສອາເລີດ” (AusAlert) ທົ່ວປະເທດ ຫລັງຈາກອົງການການບໍລິຫານເຫດສຸກເສີນແຫ່ງຊາດສາມາດກະຈາຍການແຈ້ງເຕືອນໄປສູ່ເສົາສັນຍານໄດ້ເຖິງ 94% ເຊິ່ງເປັນ ຕົວເລກສູງກວ່າ ເປົ້າໝາຍ ທີ່ຕັ້ງໄວ້ 90% ລວມທັງສາມາດສົ່ງການແຈ້ງເຕືອນເຖິງອຸປະກອນເຄື່ອນທີ່ທັງໝົດ.
ບົດລາຍງານ ລະບຸວ່າ ອົດສະຕຣາລີ ມີແຜນນຳໃຊ້ ລະບົບ ອອສອາເລີດ ຢ່າງເປັນທາງການ ພາຍໃນເດືອນຕຸລານີ້ ເຊິ່ງລະບົບໃໝ່ ດັ່ງກ່າວ ໄດ້ຖືກພັດທະນາຂຶ້ນ ຕາມຂໍ້ສະເໜີ ແນະນຳ ຂອງ ຄະນະກຳມາທິການ ບໍລິຫານຈັດການ ໄພພິບັດ ລະດັບຊາດ ປີ 2020 ເຊິ່ງລະບຸເຖິງ ຄວາມຈຳເປັນ ໃນການມີລະບົບ ແຈ້ງເຕືອນ ທີ່ ທັນສະໄໝ, ໜ້າເຊື່ອຖື ແລະ ເປັນມາດຕະຖານ ດຽວກັນ ທົ່ວປະເທດ. ໂດຍລະບົບນີ້ ໃຊ້ເຕັກໂນໂລຊີ ແຈ້ງເຕືອນ ຜ່ານເຄືອຂ່າຍ ສັນຍານໂທລະສັບ ເຄື່ອນທີ່ (Cell Broadcast) ເພື່ອສົ່ງການແຈ້ງເຕືອນໂດຍກົງໄປສູ່ອຸປະກອນເຄື່ອນທີ່.

