Homeຂ່າວຕ່າງປະເທດມຽນມາ ສັ່ງຍົກຫໍຄຳຫລວງສີປໍ້ ອາຍຸເກົ່າແກ່ 100 ປີ ເປັນສິ່ງປູກສ້າງບູຮານ

ມຽນມາ ສັ່ງຍົກຫໍຄຳຫລວງສີປໍ້ ອາຍຸເກົ່າແກ່ 100 ປີ ເປັນສິ່ງປູກສ້າງບູຮານ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ໂຮງແຮມ, ການທ່ອງທ່ຽວ ແລະ ວັດທະນະທຳ ຂອງ ມຽນມາ ໄດ້ຂຶ້ນທະບຽນ “ຫໍຄຳຫລວງສີປໍ້” (Hsipaw Haw Palace) ທີ່ມີອາຍຸຫລາຍກວ່າ 100 ປີ ຢູ່ເມືອງສີປໍ້ ທາງພາກເໜືອ ຂອງ ລັດຊານ ເຊິ່ງເປັນ ສິ່ງປູກສ້າງບູຮານ ທີ່ໄດ້ຮັບການຄຸ້ມຄອງ ຢ່າງເປັນທາງການ. ຫໍຄຳຫລວງສີປໍ້ ເປັນໜຶ່ງ ໃນສະຖານທີ່ ມໍລະດົກ ທາງວັດທະນະທຳ ທີ່ສຳຄັນທີ່ສຸດ ໃນເມືອງສີປໍ້ ໄດ້ຖືກສ້າງຂຶ້ນ ເມື່ອປີ 1924 ໂດຍ ເຈົ້າອຸງຈາ ເປັນຜູ້ທີ່ຕໍ່ມາຂຶ້ນເປັນ ເຈົ້າຟ້າ ຫລື ເຈົ້າຜູ້ປົກຄອງ ໂດຍສາຍເລືອດ ຂອງ ເມືອງສີປໍ້ ແລະ ມີສະຖາປັດຕາຍະກຳ ແບບຕາເວັນຕົກ. ໃນເວລາຕໍ່ມາ, ຫໍຄຳຫລວງສີປໍ້ ໄດ້ກາຍເປັນ ທີ່ ປະທັບຂອງ ເຈົ້າຈາແສງ ແລະ ປົກຄອງ ເມືອງສີປໍ້ ເປັນອົງສຸດທ້າຍ ແລະ ຄອບຄົວ ກ່ອນທີ່ ເຈົ້າອູຈາ ຜູ້ເປັນຫລານຊາຍ ເບິ່ງແຍງຮັກສາ ແລະ ມອບກຳມະສິດ ໃຫ້ເຫລົ່າ ພຣະສົງ ເຊິ່ງນຳໄປສູ່ ການເປີດເປັນ ວິທະຍາໄລ ພຸດທະສາສະໜາ ຫໍຄຳຫລວງສີປໍ້ ໃນວັນທີ 29 ມິຖຸນາ 2026 ຜ່ານມາ./

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments