Homeຂ່າວຕ່າງປະເທດຈີນ ຈັດກອງປະຊຸມສະຫຼອງຄົບຮອບ 5 ປີ ກ່ຽວກັບ ຂໍ້ລິເລີ່ມການພັດທະນາທົ່ວໂລກ

ຈີນ ຈັດກອງປະຊຸມສະຫຼອງຄົບຮອບ 5 ປີ ກ່ຽວກັບ ຂໍ້ລິເລີ່ມການພັດທະນາທົ່ວໂລກ

ໃນວັນທີ 28 ກໍລະກົດ 2026, ຢູ່ນະຄອນຫຼວງປັກກິ່ງ, ສປ.ຈີນ ໄດ້ຈັດກອງປະຊຸມ ສະເຫຼີມສະ ຫຼອງຄົບຮອບ 5 ປີ ກ່ຽວກັບ ຂໍ້ລິເລີ່ມການພັດທະນາ ທົ່ວໂລກ (GDI) ໂດຍມີ ທ່ານ ຫວັງ ອີ້ (Wang Yi) ລັດຖະມົນຕີ ກະຊວງ ການຕ່າງປະເທດ, ທ່ານ ເອີລ ຄໍເຕເນ ຣັດທຣາຍ (Earle Courtenay Rattray) ຫົວໜ້າຫ້ອງການ ເລຂາທິການໃຫຍ່ ສປຊ ແລະ ບັນດາ ການນໍາຂັ້ນສູງ, ນັກການທູດ ແລະ ຜູ້ແທນອື່ນໆ ຈາກບັນດາປະເທດ, ຄະນະຜູ້ແທນ ຂອງ ສປປ ລາວ, ນໍາໂດຍ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ການສ້າງ ຄວາມເຂັ້ມແຂງ ໃຫ້ແກ່ການເປັນຄູ່ຮ່ວມມື ເພື່ອເລັ່ງລັດພັດທະນາແບບຍືນຍົງທົ່ວໂລກ ທ່າມກາງ ສະພາບແວດລ້ອມ ທາງເສດຖະກິດ ແລະ ພູມສາດການເມືອງຂອງໂລກ ທີ່ມີຄວາມຊັບຊ້ອນ. ຄຽງຄູ່ກັນນັ້ນ ຍັງໄດ້ປະເມີນເສັ້ນທາງ ການຫັນປ່ຽນ ຂອງ ຂໍ້ລິເລີ່ມດັ່ງກ່າວ ຈາກວິໄສທັດ ແນວຄວາມຄິດໄປສູ່ກຳລັງຂັບເຄື່ອນ ເພື່ອຄວາມກ້າວໜ້າຂອງໂລກ. ການຫັນວິໄສທັດໄປສູ່ ໝາກຜົນຕົວຈິງ, ໄດ້ຖືກສະເໜີຂຶ້ນ ເປັນຄັ້ງທໍາອິດ ໂດຍ ປະທານປະເທດ ສປຈີນ ສີ ຈິ້ນຜິງ ກ່າວໃນກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ 76, ຂໍ້ລິເລີ່ມ GDI ໄດ້ພັດທະນາໄປສູ່ຂອບເຂດວຽກທີ່ສຳຄັນ ສໍາລັບການຮ່ວມມື ລະຫວ່າງປະເທດ.

ໃນໂອກາດກ່າວ ຕໍ່ກອງປະຊຸມ, ທ່ານ ຫວັງ ອີ້ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເນັ້ນໜັກວ່າ ໃນໄລຍະເຄິ່ງທົດສະວັດ ທີ່ຜ່ານມາ ວ່າ, ຂໍ້ລິເລີ່ມນີ້ ໄດ້ເຊື່ອມຈອດ ຂອບນະໂຍບາຍ ແລະ ການຈັດຕັ້ງ ປະຕິບັດຕົວຈິງຢ່າງປະສົບຜົນສຳເລັດ. ການຂະຫຍາຍຂອບເຂດ ທົ່ວໂລກ: ກຸ່ມເພື່ອນມິດຂອງ GDI ໄດ້ຂະຫຍາຍຕົວ ຈົນມີສະມາຊິກຫຼາຍກວ່າ 80 ປະເທດ, ໃນຂະນະທີ່ ໜ່ວຍງານວຽກງານ ຂອງ ສປຊ ກ່ຽວກັບ ການສົ່ງເສີມຂໍ້ລິເລີ່ມ ດັ່ງກ່າວ ໄດ້ລວມເອົາ ອົງການຈັດຕັ້ງ ດ້ານການພັດທະນາ ຫຼາຍກວ່າ 20 ອົງການ. ຈຸດໝາຍປາຍທາງ ດ້ານການເງິນ ແລະ ໂຄງການ: ດ້ວຍການສະໜັບສະໜູນ ຈາກກອງທຶນສັນຕິພາບ ແລະ ການພັດທະນາ ຈີນ-ສປຊ ແລະ ກອງທຶນພັດທະນາທົ່ວໂລກ ແລະ ການຮ່ວມມືໃຕ້-ໃຕ້, ໂດຍຂໍ້ລິເລີ່ມນີ້ ໄດ້ລະດົມທຶນຫຼາຍກວ່າ 23 ຕື້ໂດລາ ສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການຮ່ວມມືຕົວຈິງ ຫຼາຍກວ່າ 1.800 ໂຄງການ.

ການສ້າງຄວາມສາມາດ: ບຸກຄະລາກອນຫຼາຍກວ່າ 200,000 ຄົນ ໃນຂະແໜງການຕ່າງໆ ໄດ້ຮັບການຝຶກອົບຮົມແບບຊ່ຽວຊານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments