Homeຂ່າວພາຍໃນລາວ-ຫວຽດນາມ ຮ່ວມສົ່ງເສີມທັກສະການປ້ອງກັນ ການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ

ລາວ-ຫວຽດນາມ ຮ່ວມສົ່ງເສີມທັກສະການປ້ອງກັນ ການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ລົງນາມເຊັນສັນຍາການຮ່ວມມືກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ໃນການ ຈັດຕັ້ງປະຕິບັດໂຄງການເພດສຶກສາ ແລະ ທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ “ERA Kids” ໄລຍະຍາວ ໃນວັນທີ 28 ກໍລະກົດ 2026 ຢູ່ກະຊວງ ສສກ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເຈີ່ນ ທິ ເກວ້ ຈີ່ (Trần Thị Quế Chi) ຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ, ມີ ທ່ານ ຫລ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພອນສີ ບຸນມີໄຊ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈີ່ມິງ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ ຊຶ່ງໂຄງການດັ່ງກ່າວມີໄລຍະການຈັດຕັ້ງປະຕິບັດ 5 ປີ 9 ເດືອນ (2026-2031).

ທ່ານ ຫລ້າວັນ ວົງຄຳສານ ໄດ້ກ່າວວ່າ: ຫລັກສູດ ERA Kids ສຳລັບເດັກອາຍຸ 3-5 ປີ ຖືເປັນຫລັກສູດທີ່ທັນສະໄໝ ແລະ ມີເນື້ອໃນອັນໃໝ່ ທີ່ຈະນຳມາເຊື່ອມສານເຂົ້າໃນການຮຽນ-ການສອນຊັ້ນອະນຸບານສຶກສາ ໃນຂອບເຂດທົ່ວປະເທດ. ສິ່ງນີ້ຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດຄູສອນ ແລະ ຜູ້ດູແລເດັກ ຕ້ອງໄດ້ພ້ອມກັນທົບທວນ, ແປ ແລະ ຮຽບຮຽງເນື້ອໃນໃຫ້ສອດຄ່ອງກັບຫລັກສູດແຫ່ງຊາດ ເພື່ອເສີມສ້າງທັກສະຊີວິດປະຈຳວັນ ແລະ ປົກປ້ອງເດັກນ້ອຍລາວໃນຍຸກດີຈິຕອນ.

ໃນໂອກາດນີ້, ຄະນະນຳທັງ 2 ຝ່າຍ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນໃນ ການຮ່ວມມືຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນ ເຂົ້າໃນການຍົກສູງຄຸນນະພາບການສຶກສາກ່ອນໄວຮຽນ, ເປັນບາດກ້າວບຸກທະລຸໃນການພັດທະນາຊັບພະຍາກອນມະນຸດຂັ້ນພື້ນຖານ, ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກນຕະຫລອດໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments