Homeຂ່າວໜ້າໜຶ່ງສານຂອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026

ສານຂອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026

ມື້ນີ້ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ (30 ກໍລະກົດ) ໄດ້ໝູນວຽນມາບັນ ຈົບ ຄົບຮອບອີກວາລະໜຶ່ງ. ກ່ອນອື່ນ ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ໃນນາມສ່ວນຕົວ, ຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກ ແພງ ແລະ ຄວາມສາມັກຄີ ມາຍັງການນຳທຸກຂັ້ນ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ, ພາກສ່ວນທຸລະກິດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.

ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ການຄ້າມະນຸດ ຖືເປັນອາຊະຍາກຳທີ່ຮ້າຍແຮງທີ່ສຸດຕໍ່ມວນມະນຸດ, ມັນເປັນການລະເມີດສິດທິພື້ນຖານຂອງຄວາມເປັນມະນຸດ ກໍຄື ຕໍ່ສິດທິ ຂອງພົນລະ ເມືອງ ຊຶ່ງເຫຍື່ອຂອງການຄ້າມະນຸດທຸກກໍລະນີ ລ້ວນແຕ່ຕົກໃນຄວາມສ່ຽງຕໍ່ຊີວິດ ຫລື ສ້າງບາດແຜ ແລະ ຄວາມເຈັບຊໍ້າຕໍ່ຮ່າງກາຍ, ຈິດໃຈ, ກຽດສັກສີ, ຂອງຜູ້ຖືກເຄາະຮ້າຍ. ພ້ອມນັ້ນ, ຍັງທໍາລາຍຄວາມອົບອຸ່ນໃນຄອບຄົວ, ກີດຂວາງການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ.

ໃນຊຸມປີຫລັງໆມານີ້, ຂະບວນການ ແລະ ຮູບແບບຂອງການຄ້າມະນຸດ ຢູ່ໃນໂລກ ກໍຄື ຢູ່ປະ ເທດເຮົາໄດ້ມີທ່າອ່ຽງເພີ່ມຄວາມຮຸນແຮງ ແລະ ມີການຜັນແປ ທີ່ສະຫລັບສັບຊ້ອນ. ເພາະສະນັ້ນ, ໃນປີນີ້ ອົງການສະຫະປະຊາຊາດ ໄດ້ກຳນົດຫົວຂໍ້ສາກົນ ວ່າ ” Trapped Behind the Scam ( ຕິດກັບດັກຢູ່ເບື້ອງຫລັງການຫລອກລວງ)” ຫລື ເວົ້າໃຫ້ເຂົ້າໃຈວ່າ ນີ້ຄືຄໍາເຕືອນທີ່ໃຫ້ພວກເຮົາລະວັງຄວາມສ່ຽງ ຕໍ່ການຖືກກັບດັກທີ່ປົກປິດດ້ວຍເລ່ຫລ່ຽມຂອງພວກຄ້າມະນຸດ, ໃຫ້ນໍາເອົາຈິດໃຈນີ້ ເພື່ອເຜີຍແຜ່ຄວາມຈິງທີ່ໜ້າເປັນຫ່ວງຂອງໂລກ ທີ່ກຸ່ມກໍ່ອາຊະຍາກໍາຂ້າມຊາດໄດ້ນໍາໃຊ້ເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍ ເປັນເຄື່ອງມືໃນການກໍ່ອາຊະຍາກຳ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາ ກໍເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບນັບມື້ຮ້າຍແຮງຈາກອາຊະຍາກໍານີ້ ເນື່ອງຈາກທີ່ຕັ້ງພູມສັນຖານອຳນວຍຄວາມສະດວກໃນການເດີນທາງເຂົ້າ-ອອກ ແລະ ຄວາມຕ້ອງການກຳ ລັງແຮງງານທີ່ເພີ່ມສູງຂຶ້ນ.

ໃນໄລຍະ 1 ປີຜ່ານມາ, ບັນຫາທີ່ພົ້ນເດັ່ນ ແລະ ເປັນໄພຂົ່ມຂູ່ຢ່າງໜັກໜ່ວງໃນສັງຄົມພວກເຮົາ ແມ່ນພວກກໍ່ອາຊະຍາກໍາ ໄດ້ໂຄສະນາຊວນເຊື່ອວ່າມີ “ວຽກສະບາຍ ລາຍໄດ້ສູງ” ຊຶ່ງໃນຄວາມເປັນຈິງແລ້ວ ມັນບໍ່ມີຈິງ, ແຕ່ໃນເງື່ອນໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ຊີວິດການເປັນຢູ່ ແລະ ຄວາມຕ້ອງການວຽກເຮັດທີ່ມີລາຍໄດ້ສູງ ກໍເຮັດໃຫ້ປະຊາຊົນຜູ້ບໍລິສຸດມີຄວາມສົນໃຈ ແລະ ຈໍານວນບໍ່ໜ້ອຍເອົາໂຕສ່ຽງທີ່ຈະຕົກລົງຈ່າຍເງິນນາຍໜ້າ ແລະ ລັກລອບໄປອອກແຮງຕ່າງປະເທດແບບຜິດກົດໝາຍ, ເຮັດໃຫ້ຫລາຍໆກໍລະນີ ພົນລະເມືອງຂອງພວກເຮົາ ໂດຍສະເພາະຜູ້ບໍ່ຮູ້ເທົ່າເຖິງການ ຕົກເປັນເຫຍື່ອຂອງກຸ່ມແກ້ງ ຂະບວນການຄ້າມະນຸດ, ຫລາຍກໍລະນີ ນໍາໄປເຖິງການຖືກບັງຄັບອອກແຮງງານໜັກແຕ່ລາຍໄດ້ຕໍ່າ ຫລື ໃຫ້ອອກແຮງງານບໍ່ມີຄ່າຈ້າງ, ບໍ່ຮັບປະກັນຄວາມປອດໄພ, ກະທັ້ງຖືກທໍລະມານດ້ານຮ່າງກາຍ ແລະຈິດໃຈ. ນອກຈາກນີ້, ຍັງມີການຂົນຂວາຍເອົາຍິງສາວລາວ ໄປແຕ່ງດອງກັບຄົນຕ່າງ ປະເທດ ໂດຍການໃຫ້ເງິນຄ່າດອງແພງເປັນເຄື່ອງລໍ້ໃຈ ຊຶ່ງອາດນໍາໄປເຖິງການບັງຄັບເປັນທາດບໍລິການທາງເພດ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ; ຍ້ອນເຫັນໄດ້ເຖິງອັນຕະລາຍດັ່ງກ່າວ, ພັກ ແລະ ລັດ ຖະບານ ຈຶ່ງໄດ້ຍົກລະດັບມາດຕະການ ແລະ ນຳພາ-ຊີ້ນຳວຽກງານຕ້ານການຄ້າມະນຸດ ຢ່າງເດັດຂາດ ແລະ ຈິງຈັງ, ໄດ້ວາງນະໂຍບາຍ ແລະ ສ້າງເປັນແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 5 ນັບແຕ່ປີ (2026-2030) ເພື່ອເປັນທິດທາງ ໃນການຈັດຕັ້ງປະຕິບັດຢ່າງເປັນລະບົບ ເເລະ ຮັບປະກັນໃຫ້ການສະກັດກັ້ນອາຊະຍາກຳນີ້ ມີປະສິດທິຜົນ ແລະ ສອດຄ່ອງກັບສະພາບການຕົວຈິງ, ສປປ ລາວ ໄດ້ກຳນົດຫົວຂໍ້ປະຈຳປີ 2026 ໄວ້ຢ່າງໜັກແໜ້ນວ່າ: “ທັບມ້າງວົງຈອນ, ກວດລ້າງເຄື່ອຂ່າຍນາຍໜ້າແຕ່ງດອງແອບແຝງການຖືພາແທນ ແລະ ການຂູດຮີດທາງເພດຂ້າມຊາດ ໃຫ້ໝົດໄປຈາກສັງຄົມ”.

ຫົວຂໍ້ນີ້ ບໍ່ພຽງແຕ່ແມ່ນຄຳຂວັນ, ແຕ່ເປັນໜ້າທີ່ການເມືອງທີ່ຕ້ອງໄດ້ຈັດຕັ້ງປະຕິບັດ. ດັ່ງນັ້ນ, ໃນນາມລັດຖະບານ ກໍຄື ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຂ້າພະເຈົ້າ ຂໍມອບໝາຍໜ້າທີ່ໃຫ້ບັນດາຂະແໜງການກ່ຽວຂ້ອງ ແລະ ຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ດັ່ງນີ້: ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ: ຕ້ອງເປັນເຈົ້າການໃນການນຳໃຊ້ສື່ມວນຊົນທຸກຂະແໜງການ ເພື່ອປຸກລະດົມຂະບວນການໂຄສະນາປູກຈິດສໍານຶກໃຫ້ກວ້າງຂວາງ ແລະ ແຫລມຄົມ; ຕ້ອງເປີດເຜີຍເລ່ຫລ່ຽມໃໝ່ໆຂອງພວກກໍ່ອາຊະຍາກໍາ ໂດຍສະ ເພາະການຫລອກລວງຜ່ານສື່ອອນລາຍ ເພື່ອໃຫ້ປະຊາຊົນຮູ້ທັນ ແລະ ບໍ່ຕົກເປັນເຫຍື່ອ; ຕ້ອງຄຸ້ມຄອງ, ຕິດຕາມກວດກາບັນດາສະຖານທີ່ພັກ ແລະ ຮ້ານບໍລິການບັນເທີງ ໃຫ້ຖືກຕ້ອງຕາມກົດໝາຍ ແລະລະບຽບການ ຢ່າງເຂັ້ມງວດ.

ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ: ເຈົ້າໜ້າທີ່ຕຳຫລວດ ແລະ ພະນັກງານປະຈຳດ່ານຊາຍແດນທົ່ວປະເທດ ຕ້ອງຍົກສູງຄວາມຮັບຜິດຊອບໃນການກວດກາ, ຄຸ້ມຄອງການເຂົ້າ-ອອກປະເທດ ຢ່າງເຄັ່ງຄັດ; ຕ້ອງຊອກຄົ້ນຫາ, ທັບມ້າງເຄືອຂ່າຍນາຍໜ້າແຕ່ງດອງແອບແຝງ ແລະ ສະກັດກັ້ນການເຄື່ອນຍ້າຍແຮງງານທີ່ບໍ່ຖືກຕ້ອງ ແຕ່ຫົວທີ; ຕ້ອງດຳເນີນການສືບສວນ, ຕິດຕາມ ແລະ ປິດກັ້ນທຸກເຄືອຂ່າຍສື່ສັງຄົມອອນລາຍ ທີ່ໂຄສະນາຊວນເຊື່ອຫລອກລວງຈັດຫາວຽກເຮັດງານທຳທີ່ບໍ່ຖືກຕ້ອງຕາມກົດໝາຍ ຢ່າງເດັດຂາດ; ຜູ້ລະເມີດທີ່ເປັນນາຍໜ້າຊອກຍິງລາວ ເພື່ອໄປແຕ່ງດອງແອບແຝງ ຕ້ອງໄດ້ຮັບໂທດຕາມກົດໝາຍຢ່າງໜັກ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ: ຕ້ອງເພີ່ມທະວີການຄຸ້ມຄອງ ແລະ ກວດກາ ບັນດາບໍລິສັດຈັດຫາງານຢ່າງເຂັ້ມງວດ, ພ້ອມທັງສືບຕໍ່ຍົກສູງການພັດທະນາສີມືແຮງງານ ແລະ ສ້າງວຽກເຮັດງານທຳພາຍໃນປະເທດ ໃຫ້ສອດຄ່ອງກັບຕະຫລາດແຮງງານຕົວຈິງ; ກະຊວງການຕ່າງປະ ເທດ: ໂດຍຜ່ານບັນດາສະຖານເອກອັກຄະລັດຖະທູດ ແລະ ສະຖານກົງສຸນລາວ ປະຈຳຕ່າງປະເທດ ຕ້ອງເພີ່ມທະວີໃນການຕິດຕາມ, ກອບກູ້ ແລະ ໃຫ້ການປົກປ້ອງຊ່ວຍເຫລືອພົນລະເມືອງລາວ ທີ່ຕົກເປັນເຫຍື່ອຄ້າມະນຸດຢູ່ຕ່າງປະເທດ ໃຫ້ໄດ້ຮັບຄວາມປອດໄພ ແລະ ທັນເວລາ; ປະຊາຊົນລາວບັນດາ ເຜົ່າທຸກຖ້ວນໜ້າ: ຈົ່ງມີສະຕິກ່ອນໝັ້ນໝາຍ ຫລື ແຕ່ງດອງກັບຄົນແປກໜ້າ ເພື່ອໃຫ້ປອດໄພຈາກການຄ້າມະນຸດ. ຖ້າພົບເຫັນການເຄື່ອນໄຫວທີ່ໜ້າສົງໄສ ຂໍໃຫ້ຮີບຮ້ອນແຈ້ງມາຍັງສາຍດ່ວນຕ້ານການຄ້າມະນຸດ 1300 ຫລື ເບີວັອດແອັບ 020 2288 1300 ໃນທັນທີ.

ໃນໂອກາດອັນມີຄວາມໝາຍສຳຄັນນີ້, ຕາງໜ້າລັດຖະບານ ແລະ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍ ຕໍ່ຄະນະກຳມະການການຄ້າມະນຸດທຸກຂັ້ນຕະ ຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານນີ້ຕະຫລອດມາ. ພ້ອມດຽວກັນ, ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອລັດຖະບານ ສປປ ລາວ ໃນການສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາການຄ້າມະນຸດຕະຫລອດໄລຍະຜ່ານມາ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ບວກກັບການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອຈາກເພື່ອນມິດສາກົນ, ພວກເຮົາຈະສາມາດເອົາຊະນະອຸປະສັກ ແລະ ເຮັດໃຫ້ໄພຂົ່ມຂູ່ຈາກການຄ້າມະນຸດ ຫລຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກສັງຄົມ.

ປະຊາຊົນລາວບັນດາເຜົ່າ ພວກເຮົາຈົ່ງຮ່ວມໃຈກັນ ຕ້ານໄພຄ້າມະນຸດ !

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments