ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ເມລານີ ລຸຍສ໌ ບາໂລ (Melanie Louise Barlow) ເອກອັກຄະລາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ໃນວັນທີ 27 ກໍລະກົດ 2026 ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທ່ານ ນາງ ເມລານີ ລຸຍສ໌ ບາໂລ ຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດຢ່າງຕັ້ງໜ້າ ແລະ ສົມກຽດຂອງທ່ານທູດ ຢູ່ ສປປ ລາວ ຕະຫລອດໄລຍະເວລາເກືອບ 3 ປີ (ນັບຕັ້ງແຕ່ວັນທີ 28 ກັນຍາ 2023 ເຖິງປັດຈຸບັນ). ສອງຝ່າຍຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ນັບຕັ້ງແຕ່ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 5 ກັນຍາ 1995 (ປີນີ້ຈະຄົບຮອບ 71 ປີ) ໂດຍສະເພາະໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນແລະ ກັນ ລະຫວ່າງສອງລັດຖະບານ ເພື່ອເປັນການສົ່ງເສີມການພົວພັນ ແລະ ການໄປມາຫາສູ່ລະ ຫວ່າງກັນ. ນອກນີ້, ສອງປະເທດຍັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ມາຍັງທ່ານທູດ ແລະ ຜ່ານທ່ານທູດໄປຍັງລັດຖະບານ ແລະ ປະຊາຊົນອັງກິດ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຕະ ຫລອດໄລຍະຜ່ານມາ, ລວມທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ດ້ານການຮ່ວມມືເພື່ອການພັດທະນາໃນຂະແໜງການຕ່າງໆ ເຊັ່ນ: ການສຶກສາ, ສາທາລະນະສຸກ ແລະ ການເກັບກູ້ລະ ເບີດບໍ່ທັນແຕກ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຊຸກຍູ້ໃຫ້ ອັງກິດ ສະໜັບສະໜູນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ຈະເປັນປະທານ ໃນລະຫວ່າງ 14-18 ກັນຍາ 2026 ນີ້. ເນື່ອງຈາກ ໃນປີ 2026 ສປປ ລາວ ຈະຖືກຮັບຮອງການອອກຈາກສະຖານະປະເທດດ້ອຍພັດທະນາ (LDC), ສະເໜີໃຫ້ອັງກິດ ພິຈາລະນາສືບຕໍ່ໃຫ້ການຊ່ວຍເຫລືອໂດຍສະເພາະ ໃນໄລຍະຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລ່ຽນ (Smooth Transition Strategy-STS).
ສອງຝ່າຍເຫັນດີຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ການຮ່ວມມືທາງດ້ານເສດຖະກິດ ເປັນຕົ້ນແມ່ນ ການຄ້າ ແລະ ການລົງທຶນ, ພ້ອມທັງການທ່ອງທ່ຽວໃຫ້ຂະຫຍາຍຕົວສູງຍິ່ງໆຂຶ້ນ ເພື່ອນຳຜົນປະ ໂຫຍດມາໃຫ້ປະຊາຊົນຂອງທັງສອງຝ່າຍ.
ໃນໂອກາດດຽວກັນນີ້, ທ່ານທູດອັງກິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ໂດຍສະເພາະ ບັນດາຂະແໜງການທີ່ກ່ຽວ ຂ້ອງ ຂອງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ທີ່ດີເລິດຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມທັງໄດ້ຢືນຢັນວ່າ ຝ່າຍອັງ ກິດ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ.
ໃນຕອນທ່ຽງຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດເປັນເຈົ້າພາບຈັດງານລ້ຽງອຳລາ ຢ່າງສົມກຽດ, ພ້ອມທັງອວຍພອນໄຊໃຫ້ແກ່ ທ່ານທູດອັງກິດ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່ໃນອະນາຄົດ.

