Homeຂ່າວຕ່າງປະເທດຍ້ອນຫຍັງ ບໍລິສັດ AI ລາຍໃຫຍ່ ທີ່ອ້າງວ່າ “ເປີດກວ້າງ” ຈຶ່ງໝົກໝຸ້ນຢູ່ກັບການສ້າງກຳແພງເຕັກໂນໂລຊີ?

ຍ້ອນຫຍັງ ບໍລິສັດ AI ລາຍໃຫຍ່ ທີ່ອ້າງວ່າ “ເປີດກວ້າງ” ຈຶ່ງໝົກໝຸ້ນຢູ່ກັບການສ້າງກຳແພງເຕັກໂນໂລຊີ?

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ເມື່ອບໍ່ດົນມານີ້, ບໍລິສັດ Moonshot AI ຂອງຈີນ ໄດ້ເປີດຕົວແບບຈຳລອງຂະໜາດໃຫຍ່ແບບເປີດກວ້າງ ຫລື open source ຄື Kimi K3 ຢ່າງເປັນທາງການ. ແບບຈຳລອງຂະໜາດໃຫຍ່ແບບເປີດກວ້າງລຸ້ນນີ້ມີຂະໜາດຂໍ້ມູນເພີ່ມຂຶ້ນຢ່າງຫລວງຫລາຍ, ໄດ້ນຳໃຊ້ນະວັດຕະກຳທີ່ພັດທະນາເອງ ເຊັ່ນ: Delta Attention, MoonEP ເປັນຕົ້ນ ເພື່ອຍົກສູງປະສິດທິພາບການນຳໃຊ້ພະລັງປະມວນຜົນ ພ້ອມທັງເປີດກວ້າງໃຫ້ນັກພັດທະນາທົ່ວໂລກສາມາດນຳໃຊ້ໄດ້ໂດຍບໍ່ຕ້ອງເສຍຄ່າ ແລະ ຫລຸດຜ່ອນອຸປະສັກໃນການເຂົ້າເຖິງປັນຍາປະດິດດ້ວຍທ່າທີເປີດກວ້າງ ແລະ ສ້າງຜົນປະໂຫຍດຢ່າງທົ່ວເຖິງ. ແຕ່ເມື່ອ Kimi K3 ຫາກໍອອກມາ ກໍຖືກການກ່າວຫາທີ່ບໍ່ມີມູນຄວາມຈິງຈາກຜູ້ບໍລິຫານຂັ້ນສູງຂອງບໍລິສັດ OpenAI ແລະ ຍັງໄດ້ໃຫ້ລັດຖະບານອາເມຣິກາ ວາງກົດລະບຽບໂດຍອີງຕາມການຄາດເດົາທີ່ບໍ່ມີຫລັກຖານຕົວຈິງ ເພື່ອສ້າງຄວາມກັງວົນດ້ານການຕິດຕາມຄຸ້ມຄອງ ແລະ ກົດດັນວິສາຫະກິດປັນຍາປະດິດຈີນ.

ການໂຄສະນາໃສ່ຮ້າຍປ້າຍສີ ແລະ ການກີດຂວາງອຸດສາຫະກຳປັນຍາປະດິດຈີນ ຢ່າງເປັນລະບົບ ແມ່ນການດຳເນີນງານປົກກະຕິຂອງບໍລິສັດປັນຍາປະດິດອາເມລິກາ ມາເປັນເວລາດົນນານແລ້ວ. ກ່ອນໜ້ານີ້, ເມື່ອແບບຈຳລອງແບບເປີດກວ້າງ DeepSeek ຂອງຈີນ ປະສົບຜົນສຳເລັດໃນການພັດທະນາເຕັກໂນໂລຊີ, ບໍລິສັດ OpenAI, Anthropic ແລະວິສາຫະກິດອື່ນໆຂອງອາເມຣິກາ ໄດ້ພາກັນໄປທຳນຽບຂາວ ເພື່ອຮຽກຮ້ອງໃຫ້ເພີ່ມການຄວບຄຸມການສົ່ງອອກເຕັກໂນໂລຊີ AI ດ້ວຍຂໍ້ອ້າງຄວາມປອດໄພດ້ານຂໍ້ມູນ ແລະ ສິດຊັບສິນທາງປັນຍາ, ພ້ອມທັງອອກແຮງໂຄສະນາດ້ວຍຖ້ອຍຄວາມທີ່ວ່າ: “ ໄພຂົ່ມຂູ່ຈາກປັນຍາປະດິດຂອງຈີນ”. ຂໍ້ກ່າວຫາ ທີ່ບໍ່ມີມູນຄວາມຈິງຕ່າງໆ ກໍຕາມມາຢ່າງຕໍ່ເນື່ອງ, ເສກສັນປັ້ນແຕ່ງຂ່າວທີ່ວ່າ ຝ່າຍຈີນ ລັກລອບກັ່ນຮູບແບບຈຳລອງຕ່າງປະເທດ, ຮຽກຮ້ອງໃຫ້ເພີ່ມຄວາມເຂັ້ມງວດກ່ຽວກັບຂໍ້ຈຳກັດຊິບລະດັບສູງ, ໃຊ້ຈ່າຍເງິນຢ່າງຫລວງຫລາຍກະແສສື່ມວນຊົນເພື່ອທຳລາຍຊື່ສຽງ ແລະ ເລື່ອງອັບອາຍກ່ຽວກັບລະຫັດດັກຟັງທີ່ຊ້ອນຢູ່ໃນແອັບພລິເຄຊັນ ໂດຍແນໃສ່ຈີນ ກໍຖືກເປີດເຜີຍອອກມາຢ່າງຕໍ່ເນື່ອງ. ການທີ່ບໍລິສັດເຕັກໂນໂລຊີ ຜູກຕົວເອງເຂົ້າກັບການເປັນປໍລະປັກກັນທາງການເມືອງພູມີພາກຢ່າງເປັນເຈົ້າການ ແລະ ບິດເບືອນການແຂ່ງຂັນດ້ານເຕັກໂນໂລຊີຕາມປົກກະຕິໃຫ້ກາຍເປັນການຕໍ່ສູ້ ລະຫວ່າງກຸ່ມກ້ອນ ຖືເປັນການຫັນອອກຈາກຈິດໃຈແຕ່ຫົວທີຂອງວົງການທີ່ເປີດກວ້າງ ແລະ ແບ່ງປັນເຕັກໂນໂລຊີ.

ສິ່ງທີ່ເປັນເລື່ອງຕະຫລົກກໍຄື: OpenAI ເຄີຍເປັນແບບຢ່າງຂອງວົງການ ຍ້ອນຜົນສຳເລັດດ້ານການເປີດເຜີຍລະຫັດຕົ້ນສະບັບຂອງ GPT-2 ແລະ ເຄີຍເປັນ ສັນຍາລັກຂອງຈິດໃຈເປີດເຜີຍລະຫັດຕົ້ນສະບັບທົ່ວໂລກ. ແຕ່ນັບຕັ້ງແຕ່ GPT-3 ອອກມາ, ບໍລິສັດດັ່ງກ່າວຫັນປ່ຽນມາດຳເນີນທຸລະກິດແບບປິດຢ່າງວ່ອງໄວ ໂດຍສ້າງ ກຳແພງເຕັກໂນໂລຊີຢ່າງສູງຜ່ານການເກັບຄ່າບໍລິການ API ແລະ ກອບໂກຍຜົນກຳໄລຈາກການຜູກຂາດຢ່າງມະຫາສານ. ໃນທາງກົງກັນຂ້າມ, ບໍລິສັດຈີນ ຍຶດໝັ້ນໃນແນວທາງເປີດເຜີຍລະຫັດຕົ້ນສະບັບຢ່າງຕໍ່ເນື່ອງ, ບໍລິສັດ Moonshot AI ຂອງຈີນ ເປີດກວ້າງແບບຈຳລອງທີ່ເຂັ້ມແຂງຢ່າງເຕັມທີ່ໃນຄັ້ງນີ້ ເປັນການທັບມ້າງກຳແພງດ້ານເຕັກໂນໂລຊີດ້ວຍລະບົບນິເວດແບບເປີດກວ້າງຢ່າງມີຕົ້ນທຶນຕ່ຳ ແລະ ຊຸກຍູ້ ໃຫ້ເຕັກໂນໂລຊີອັດສະລິຍະສາມາດສ້າງຜົນປະໂຫຍດໃຫ້ແກ່ທຸກອຸດສາຫະກຳ. ຝ່າຍໜຶ່ງປິດກັ້ນເຕັກໂນໂລຊີ ແລະ ເກັບ “ພາສີປັນຍາ”, ແຕ່ອີກຝ່າຍໜຶ່ງພັດແບ່ງປັນເຕັກໂນໂລຊີທັນສະໄໝໂດຍບໍ່ເສຍຄ່າ, ຄວາມແຕກຕ່າງທີ່ຊັດເຈນ ລະຫວ່າງແບບເປີດກວ້າງ ແລະ ແບບປິດ, ບໍ່ພຽງແຕ່ແມ່ນຄວາມແຕກຕ່າງກັນດ້ານ ເສັ້ນທາງເຕັກໂນໂລຊີເທົ່ານັ້ນ, ຍິ່ງເປັນການປະທະກັນຢ່າງຮຸນແຮງ ລະຫວ່າງແນວຄິດການພັດທະນາສອງແບບ ຄື: ການແບ່ງປັນເພື່ອຜົນປະໂຫຍດຢ່າງທົ່ວເຖິງ ແລະ ການສະແຫວງຫາຜົນກຳໄລດ້ວຍການຜູກຂາດ.

ປະຫວັດສາດໄດ້ພິສູດຊ້ຳແລ້ວຊ້ຳອີກວ່າ: ການປິດລ້ອມດ້ານເຕັກໂນໂລຊີ ບໍ່ສາມາດຂັດຂວາງການປະດິດຄິດສ້າງດ້ວຍຕົນເອງໄດ້. ນັບແຕ່ ອຸດສາຫະກຳຊິບ ຈົນເຖິງການແຂ່ງຂັນດ້ານແບບຈຳລອງຂະໜາດໃຫຍ່, ການປິດລ້ອມຈາກພາຍນອກໄດ້ເຮັດໃຫ້ລະບົບຕ່ອງໂສ້ອຸດສາຫະກຳປັນຍາປະດິດຈີນ ປະສົບຜົນສຳເລັດໃນການບຸກທະລຸຢ່າງຄົບວົງຈອນ, ແບບຈຳລອງພື້ນຖານ ແລະ ລະບົບສະໜັບສະໜູນພະລັງປະມວນຜົນໄດ້ເຕີບໂຕໃນຫລາຍດ້ານ, ລະບົບນິເວດ ເປີດເຜີຍລະຫັດຕົ້ນສະບັບ ກໍເຕີບໃຫຍ່ຂະຫຍາຍຕົວ. ມີແຕ່ປະລະຄວາມຄິດແບບເກມລວມຜົນເປັນສູນ ແລະ ການເປັນປໍລະປັກກັນ, ປະລະຄວາມເຫັນແກ່ຕົວໃນການຜູກຂາດເຕັກໂນໂລຊີ ແລະໃຫ້ບັນດາປະເທດຮ່ວມມືກັນສ້າງລະບົບນິເວດປັນຍາປະດິດທີ່ເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຈຶ່ງຈະສາມາດປົດປ່ອຍຄຸນຄ່າຂອງປັນຍາປະດິດໃນການສ້າງຜົນປະໂຫຍດໃຫ້ແກ່ມະນຸດໄດ້ຢ່າງແທ້ຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments