ວິທະຍຸ-ໂທລະພາບສູນກາງຈີນ,ວັນທີ 28 ກໍລະກົດນີ້, ຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ, ທ່ານ ລຽນລີ້ຈຸ່ນ ຮອງຫົວໜ້າຄະນະກຳມະການພັດທະນາ ແລະ ປະຕິຮູບແຂວງຢຸນນານ ສປ ຈີນ ເຜີຍໃຫ້ຮູ້ວ່າ: ນັບລວມແລ້ວ, ເສັ້ນທາງລົດໄຟລາວ-ຈີນ ໄດ້ຂົນສົ່ງສິນຄ້າບັນລຸຫລາຍກວ່າ 86 ລ້ານໂຕນ. ເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງຜ່ານ “ເສັ້ນທາງລົດໄຟລາວ-ຈີນ + ການຄ້າ” ນັບມື້ນັບມີຊີວິດຊີວາກວ່າເກົ່າ, ເສັ້ນທາງແຫ່ງການເຊື່ອມໂຍງເຊື່ອມຈອດກັນຜ່ານ “ເສັ້ນທາງລົດໄຟລາວ-ຈີນ + ອຸດສາຫະກຳ” ນັບມື້ນັບກວ້າງຂວາງກວ່າເກົ່າ, ເສັ້ນທາງມິດຕະພາບຜ່ານ “ເສັ້ນທາງລົດໄຟລາວ-ຈີນ + ວັດທະນະທຳ” ນັບມື້ນັບແໜ້ນແຟ້ນກວ່າເກົ່າ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

