Homeຂ່າວໜ້າໜຶ່ງຮອງປະທານປະເທດ ຕ້ອນຮັບທູດອິສຣາແອນ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອິສຣາແອນ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ຢາຣອນ ເມເຢີ (Yaron Mayer) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອິສຣາແອນ ປະຈຳ ສປປ ລາວ, ມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງຮ່າໂນຍ ສສ ຫຽດນາມ, ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນທີ 29 ກໍລະກົດນີ້, ທີ່ທຳນຽບປະທານປະເທດ, ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.

ໃນໂອກາດດັ່ງກ່າວ, ທ່ານນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທູດທີ່ສຳເລັດການປະຕິບັດໜ້າທີ່ການທູດປະຈຳ ສປປ ລາວ ຄັ້ງນີ້, ຕະຫຼອດໃນ ໄລຍະການປະຕິບັດໜ້າທີ່ທ່ານທູດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະກອບສ່ວນເຂົ້າໃນການເສີມສ້າງ ການພົວພັນຮ່ວມມື ແລະ ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນລະ ຫວ່າງ ສປປ ລາວ – ອິສຣາແອນ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທ່ານຮອງປະທານປະເທດແຫ່ງ ສປປ ລາວ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໃໝ່ທີ່ມີກຽດຂອງທ່ານ.

ທ່ານທູດກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ການຈັດຕັ້ງທຸກພາກສ່ວນຂອງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກທຸກຢ່າງຕະຫຼອດໃນໄລຍະການປະຕິບັດໜ້າທີ່ ຈົນໄດ້ຮັບຜົນສຳເລັດໃນການປະຕິບັດໜ້າທີ່ໃນຄັ້ງນີ້. ສປປ ລາວ ແລະ ອິສຣາແອນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 6 ທັນວາ 1993.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments