Homeຂ່າວໜ້າໜຶ່ງສະຫຼອງ 50 ປີ ແຫ່ງການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNFPA

ສະຫຼອງ 50 ປີ ແຫ່ງການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNFPA

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ກຽດເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ ພາຍໃຕ້ຄໍາຂວັນ “50 ປີ ແຫ່ງການເປັນຄູ່ຮ່ວມມືເພື່ອປະຊາຊົນ, ສິດທິ ແລະ ສຸຂະພາບໃນ ສປປ ລາວ (50 Years of Partnership for People, Rights and Health)”, ໃນວັນທີ 27 ກໍລະກົດຜ່ານມານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ໂດຍມີການນໍາຂັ້ນສູງຈາກບັນດາກະຊວງອ້ອມຂ້າງ, ຜູ້ຕາງໜ້າຈາກຂະແໜງການຂອງລັດ, ບັນດາທ່ານເອກອັກຄະລັດຖະທູດ ປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ. ພິທີສະເຫຼີມສະຫຼອງດັ່ງກ່າວຈັດຂຶ້ນເພື່ອຫວນຄືນການຮ່ວມມືອັນຍາວນານລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການ UNFPA ຕະຫຼອດໄລຍະ 5 ທົດສະວັດແຫ່ງການເປັນຄູ່ຮ່ວມມື ແລະ ສົ່ງເສີມການພັດທະນາໃນຂົງເຂດດ້ານສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກ, ການເສີມສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ, ຄວາມສະເໝີພາບຍິງ-ຊາຍ ແລະ ການພັດທະນາລະບົບຂໍ້ມູນດ້ານປະຊາກອນ ແລະ ການພັດທະນາແບບຍືນຍົງແຫ່ງຊາດ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນໃນໄລຍະຜ່ານມາໂດຍສະເພາະຜົນສຳເລັດດ້ານວຽກງານປະຊາກອນ, ສົ່ງເສີມການສຶກສາ ແລະ ປັບປຸງດ້ານສາທາລະນະສຸກ ຊຶ່ງລ້ວນແຕ່ເປັນການປະກອບສ່ວນຈັດຕັ້ງປະຕິບັດຕາມແຜນບຸລິມະສິດແຫ່ງຊາດເພື່ອການພັດທະນາ ຄູ່ຂະໜານກັບການຈັດຕັ້ງປະຕິບັດຕາມແຜນປະຕິບັດງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ແລະ ເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ໃນ ສປປ ລາວ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ຄຳໝາຍໝັ້ນໃນການບັນລຸຄາດ ໝາຍຮ່ວມກັນ ໂດຍສະເພາະສູ້ຊົນໃຫ້ສາມາດບັນລຸໄດ້ອັດຕາການເສຍຊີວິດຂອງແມ່ຫຼຸດລົງຕໍ່າກວ່າ 70 ກໍລະນີຕໍ່ການເກີດເດັກມີຊີວິດ 100,000 ຄົນພາຍໃນປີ 2030. ຄຽງຄູ່ກັນນີ້, ໃນໄລຍະທີ່ ສປປ ລາວ ພວມກ້າວເຂົ້າສູ່ບັ້ນສຳຄັນຂອງການຫັນປ່ຽນດ້ານປະຊາກອນ ຈຶ່ງຮຽກຮ້ອງໃຫ້ເອົາໃຈໃສ່ການພັດທະນາດ້ານການສຶກສາ, ສາທາລະນະສຸກ, ການພັດທະນາສີມືແຮງງານ ເພື່ອໂອກາດໃນການຈ້າງງານທີ່ມີຄຸນນະພາບ ແລະ ການເສີມສ້າງທັກສະໃຫ້ແກ່ໄວໜຸ່ມ ພ້ອມທັງໝູນໃຊ້ທ່າແຮງທາງດ້ານປະຊາກອນໃນການກ້າວໄປສູ່ເປົ້າໝາຍການພັດທະນາ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026.

ພ້ອມດຽວກັນນັ້ນ, ທ່ານ ບັກໂຮເດຍ ເບີຄະນ໋ອຟ (Mr. Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນໂດຍເນັ້ນຢໍ້າເຖິງຄວາມສໍາຄັນຂອງການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ ຊຶ່ງອົງການ UNFPA ໄດ້ປະກອບສ່ວນຊ່ວຍເຫຼືອ ສປປ ລາວ ເປັນຕົ້ນ ການປັບປຸງນະໂຍບາຍ ແລະ ກົນໄກການປະສານງານ, ການເຊື່ອມສານການປ່ຽນແປງທາງດ້ານປະຊາກອນກໍຄືການຮວບຮວມຂໍ້ມູນສໍາມະໂນຄົວ ແລະ ທີ່ຢູ່ອາໄສແບບດີຈີຕອນເຕັມຮູບແບບ ຊຶ່ງເປັນຂໍ້ມູນສໍາຄັນໃນການກໍານົດນະໂຍບາຍ, ການຈັດສັນຊັບພະຍາກອນ ແລະ ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດຄັ້ງທີ 10 ເພື່ອຮັບປະກັນວ່າທຸກຄົນສາມາດກ້າວໄປພ້ອມກັນ.

ນອກຈາກນີ້, ທ່ານ Dr. Bakhtiyor Kadyrov ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ ຍັງໄດ້ມີຄໍາເຫັນຕໍ່ພິທີສະເຫຼີມສະຫຼອງວັນສໍາຄັນນີ້ວ່າບໍ່ແມ່ນພຽງແຕ່ການຫວນຄືນຜົນສໍາເລັດໃນອະດີດເທົ່ານັ້ນ, ແຕ່ຍັງແມ່ນການກຳນົດເປົ້າໝາຍຮ່ວມກັນເພື່ອສຸມໃສ່ແຜນງານທີ່ຍັງບໍ່ທັນບັນລຸໄດ້ ເເລະ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ທັງເປັນຄູ່ຮ່ວມງານເພື່ອອະນາຄົດ ຢ່າງຮອບດ້ານ ແລະ ຍືນຍົງໃນຊຸມປີຕໍ່ໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments