ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດ ມິດຊູບິຊິ ມໍເຕີ (Mitsubishi Motors) ໄດ້ຮ່ວມມືກັບ ບໍລິສັດ ໄຮແລນເດີ (Highlanders Inc.,) ສະຕາດອັບດ້ານຫຸ່ນຍົນທີ່ມີຕົ້ນກຳເນີດມາຈາກມະຫາວິທະຍາໄລໂຕກຽວ ໃນການພັດທະນາ ແລະ ຜະລິດຫຸ່ນຍົນຮູບຮ່າງຄ້າຍຄືມະນຸດທີ່ຂັບເຄື່ອນດ້ວຍເຕັກໂນໂລຊີປັນຍາປະດິດ (AI) ໃນລະດັບອຸດສາຫະກຳ, ໂດຍຕັ້ງເປົ້າໝາຍໃຫ້ມີກຳລັງການຜະລິດ 1,000 ໂຕຕໍ່ເດືອນໃນທ້າຍປີ 2027.
ສຳນັກຂ່າວສານ Kyodo ລາຍງານວ່າ: ບໍລິສັດ ມິດຊູບິຊິ ມໍເຕີ ຈະນຳໃຊ້ຄວາມຊ່ຽວຊານດ້ານການຜະລິດທີ່ທັນສະໄໝເພື່ອພັດທະນາຫຸ່ນຍົນສອງຂາ ກັບ ບໍລິສັດ ໄຮແລນເດີ ໂດຍຄາດວ່າຈະຊ່ວຍແກ້ໄຂບັນຫາການຂາດແຄນແຮງງານ.
ບໍລິສັດ ມິດຊູບິຊິ ມໍເຕີ ຈະນຳໃຊ້ຫຸ່ນຍົນຮູບຮ່າງຄ້າຍຄືມະນຸດໃນການຜະລິດເຄື່ອງຈັກທີ່ໂຮງງານໃນເມືອງກຽວໂຕ ທາງພາກຕາເວັນຕົກຂອງປະເທດຍີ່ປຸ່ນ ເພື່ອເກັບກຳຂໍ້ມູນທີ່ຈຳເປັນສຳລັບການພັດທະນາ ແລະ ການຜະລິດຫຸ່ນຍົນ AI ໃນລະດັບອຸດສາຫະກຳ.
ປັດຈຸບັນ, ບໍລິສັດໃນສະຫະລັດ ອາເມຣິກາ ແລະ ຈີນ ກຳລັງພັດທະນາຫຸ່ນຍົນຮູບຮ່າງຄ້າຍຄືມະນຸດຢ່າງໄວວາ. ຢ່າງໃດກໍຕາມ, ທ່ານ ທາຄາໂອະ ຄາໂຕະ ຫົວໜ້າຜູ້ບໍລິຫານຂອງ ບໍລິສັດ ມິດຊູບິຊິ ມໍເຕີ ກ່າວວ່າ: ຍີ່ປຸ່ນຈະເປັນຜູ້ບຸກເບີກການຜະລິດຫຸ່ນຍົນຮູບຮ່າງຄ້າຍຄືມະນຸດໃນລະດັບອຸດສາຫະກຳ. ໂດຍບໍລິສັດກຳລັງພິຈາລະນາວິທີການນຳໃຊ້ຫຸ່ນຍົນເຫຼົ່ານີ້ໃຫ້ເກີດປະໂຫຍດສູງສຸດ ພ້ອມທັງປະເມີນປະສິດທິພາບການເຮັດວຽກຂອງຫຸ່ນຍົນ.
ທ່ານ ຮີໂຣຍະ ມາສຶໂອກະ ຫົວໜ້າບໍລິຫານ ຂອງ ບໍລິສັດ ໄຮແລນເດີ ກ່າວວ່າ: ໃນປັດຈຸບັນ, ຍັງບໍ່ມີບໍລິສັດຍີ່ປຸ່ນໃດທີ່ສາມາດແຂ່ງຂັນກັບບໍລິສັດຊັ້ນນຳຂອງໂລກໃນດ້ານ Physical AI ໄດ້. ດັ່ງນັ້ນ, ຈຶ່ງຕ້ອງການທີ່ຈະຊຸກຍູ້ເຕັກໂນໂລຊີດັ່ງກ່າວໃຫ້ກ້າວໜ້າໄປສູ່ລະດັບຕໍ່ໄປ.
ທັງນີ້, Physical AI ແມ່ນການນຳໃຊ້ AI ຮ່ວມກັບອຸປະກອນທີ່ມີໂຄງສ້າງທາງດ້ານຮ່າງກາຍ ເຊັ່ນ: ຫຸ່ນຍົນ, ເພື່ອໃຫ້ສາມາດຮັບຮູ້ສະພາບແວດລ້ອມ, ວິເຄາະຂໍ້ມູນ, ຕັດສິນໃຈ ແລະ ເຄື່ອນໄຫວ ຫຼື ພົວພັນກັບໂລກແຫ່ງຄວາມເປັນຈິງໄດ້ໂດຍອັດຕະໂນມັດ.

