ບຸນເຂົ້າພັນສາ ແມ່ນປາງບຸນໃຫຍ່ ແລະ ມີຄວາມສຳຄັນຕໍ່ຊາວພຸດ. ການເຂົ້າພັນສາໃນພາສາບາລີມີຊື່ເອີ້ນ 2 ຢ່າງ ຄື: ວັດສູປະນາຍິກາ ໝາຍເຖິງການເຂົ້າພັນສາ ແລະ ວັດສາວາສະ ໝາຍເຖິງການຈຳພັນສາ ເຊິ່ງທັງສອງຄຳມີຄວາມໝາຍດຽວກັນ ຄື ການທີ່ພະພິກຂຸຢູ່ປະຈຳວັດ ບໍ່ອອກໄປຄ້າງຄືນຢູ່ບ່ອນອື່ນຕະຫຼອດໄລຍະ 3 ເດືອນໃນລະດູຝົນ.
ໄລຍະການຈຳພັນສາ ນັບແຕ່ແຮມ 1 ຄ່ຳ ເດືອນ 8 ລາວ ຫາແຮມ 1 ຄ່ຳ ເດືອນ 11 ລາວ. ໃນຊ່ວງນີ້ເປັນລະດູຝົນ ການເດີນທາງຂອງພະພິກຂຸເປັນໄປດ້ວຍຄວາມລຳບາກ ແລະ ອາດຂັດຕໍ່ພະວິໄນ ເວັ້ນແຕ່ກໍລະນີຈຳເປັນຕາມທີ່ພະວິໄນອະນຸຍາດໄວ້ ສຳລັບຊາວພຸດລາວ ບຸນເຂົ້າພັນສາເປັນປະເພນີອັນດີງາມທີ່ສືບທອດມາແຕ່ບູຮານ ເມື່ອເຖິງຍາມເຂົ້າພັນສາ ປະຊາຊົນຈະພາກັນໄປວັດ ຫຼື ສະຖານທີ່ປະກອບພິທີທາງສາສະໜາເພື່ອຮ່ວມເຮັດບຸນ ແລະ ບຳເພັນກຸສົນ.
- ຄວາມເປັນມາຂອງການຈຳພັນສາ
ການຈຳພັນສາຂອງພະພິກຂຸ ມີພື້ນຖານມາຈາກປະເພນີຂອງຊາວມັດທະຍົມປະເທດ (ອິນເດຍບູຮານ) ທີ່ເມື່ອເຂົ້າສູ່ລະດູຝົນຜູ້ປະກອບອາຊີບເດີນທາງ ລວມທັງນັກບວດ ແລະ ນັກພົມຈັນຈະຢຸດການສັນຈອນ ແລະ ພັກຢູ່ບ່ອນໃດບ່ອນໜຶ່ງຕະຫຼອດ 3 ເດືອນ ຈາກນັ້ນຈຶ່ງອອກເດີນທາງຕໍ່ ຊື່ງພະພຸດທະເຈົ້າ ຜູ້ສະເດັດໄປໂຜດສັດຕາມເມືອງຕ່າງໆ ເມື່ອເຂົ້າສູ່ລະດູຝົນ ພະອົງກໍປະທັບຢູ່ໃນບ່ອນທີ່ພະອົງສະເດັດໄປເຖິງ ເຊັ່ນດຽວກັບຄົນທົ່ວໄປ ໃນໄລຍະທຳອິດ ຈຳນວນພະພິກຂຸຍັງມີບໍ່ຫຼາຍ ເມື່ອເຖິງລະດູຝົນ ພະພິກຂຸກໍຢຸດການສັນຈອນຕາມແບບຢ່າງຂອງພະພຸດທະເຈົ້າ ໂດຍຍັງບໍ່ທັນມີການບັນຍັດເປັນພະວິໄນ.
ສາເຫດທີ່ພະພຸດທະເຈົ້າຊົງບັນຍັດການຈຳພັນສາ ຍ້ອນເມື່ອຈຳນວນພະພິກຂຸເພີ່ມຂຶ້ນ ຂະນະທີ່ພະພຸດທະເຈົ້າປະທັບຢູ່ເມືອງຣາຊະຄຶຫ໌ ໄດ້ມີພະພິກຂຸ 6 ອົງ ຍັງຄົງສັນຈອນໃນລະດູຝົນ ເຮັດໃຫ້ຢຽບຍ່ຳເຂົ້າກ້າຂອງປະຊາຊົນ ແລະ ສັດນ້ອຍຈຳນວນຫຼາຍໄດ້ຮັບຄວາມເສຍຫາຍ ດັ່ງນັ້ນ ປະຊາຊົນຈຶ່ງພາກັນວິພາກວິຈານວ່າ ແມ່ນແຕ່ນັກບວດລັດທິອື່ນຍັງຢຸດສັນຈອນໃນລະດູຝົນ ສ່ວນພະສາວົກຂອງພະພຸດທະເຈົ້າກັບຍັງເດີນທາງຈົນເຮັດໃຫ້ພືດຜົນ ແລະ ສັດນ້ອຍຖືກທຳລາຍ ເມື່ອພະພຸດທະເຈົ້າຊົງຊາບເຫດການ ພະອົງຈຶ່ງຊົງບັນຍັດໃຫ້ພະພິກຂຸຈຳພັນສາຢູ່ປະຈຳວັດຕະຫຼອດ 3 ເດືອນໃນລະດູຝົນ ເວັ້ນແຕ່ກໍລະນີຈຳເປັນຕາມທີ່ພະວິໄນກຳນົດ ແລະ ນັບແຕ່ນັ້ນມາ ການຈຳພັນສາຈຶ່ງກາຍເປັນພະວິໄນ ແລະ ສືບທອດປະຕິບັດມາຈົນເຖິງປັດຈຸບັນ.
ພິທີເຂົ້າພັນສາຂອງພະສົງ ແລະ ໜ້າທີ່ຂອງພຸດທະສາສະນິກະຊົນ
ເມື່ອໄດ້ຮູ້ຄວາມເປັນມາ ແລະ ຄວາມໝາຍຂອງການເຂົ້າພັນສາແລ້ວ ພຸດທະສາສະນິກະຊົນຄວນເຂົ້າໃຈໜ້າທີ່ຂອງຕົນ ໃນການປະພຶດປະຕິບັດຕໍ່ປະເພນີອັນສຳຄັນນີ້ ພິທີໃນວັນເຂົ້າພັນສາແບ່ງອອກເປັນ 2 ສ່ວນ ຄື ພິທີຂອງພະສົງ ແລະ ພິທີຂອງຄາລະວາດ.
1. ພິທີຂອງພະສົງ
ກ່ອນຈະຮອດວັນເຂົ້າພັນສາ ພະສົງ ແລະ ສາມະເນນ ຈະຮ່ວມກັນທຳຄວາມສະອາດພາຍໃນວັດ ເຊັ່ນ ກຸຕິ, ວິຫານ ແລະ ສິ່ງປຸກສ້າງຕ່າງໆ. ສ່ວນທີ່ຊຳຮຸດກໍຈະຖືກສ້ອມແປງໃຫ້ຮຽບຮ້ອຍ ເພື່ອໃຫ້ເໝາະສົມກັບການບຳເພັນສະມະນະກິດຕະຫຼອດໄລຍະຈຳພັນສາ.
ຕາມປະເພນີ ພະສົງຈາກວັດຕ່າງໆ ຈະຈັດຫາເຄື່ອງສັກກາລະບູຊາ ເພື່ອໄປຄາລະວະພະອຸປັດຊາອາຈານ ຫຼື ພະເຖລະຜູ້ໃຫຍ່ ພ້ອມຂໍຂະມາໂທດ ຫາກເຄີຍລ່ວງເກີນກັນທາງກາຍ, ວາຈາ ຫຼື ຈິດໃຈ ເພື່ອໃຫ້ເກີດຄວາມສາມັກຄີ ແລະ ດຳລົງຢູ່ໃນພະວິໄນຢ່າງບໍລິສຸດ.
ເມື່ອຮອດວັນເຂົ້າພັນສາ ພະສົງ ແລະ ສາມະເນນ ຈະພ້ອມກັນເຂົ້າປະຊຸມໃນພະອຸໂບສົດ ຫຼື ວິຫານ ສວດມົນ ແລະ ອະທິຖານຈຳພັນສາ ໂດຍຕັ້ງປະນິທານວ່າ ຈະຢູ່ຈຳພັນສາປະຈຳວັດແຫ່ງນັ້ນຕະຫຼອດ 3 ເດືອນໃນລະດູຝົນ.
ຫຼັງຈາກນັ້ນ ພະສົງຜູ້ອ່ອນພັນສາຈະກ່າວຄຳຄາລະວະຕໍ່ພະເຖລະຜູ້ໃຫຍ່ ເພື່ອຂໍຂະມາໂທດ ຫາກເຄີຍລ່ວງເກີນດ້ວຍກາຍ ວາຈາ ຫຼື ຈິດໃຈ ບໍ່ວ່າຈະຕັ້ງໃຈ ຫຼື ບໍ່ຕັ້ງໃຈ. ພະເຖລະກໍຈະກ່າວໃຫ້ອະໄພ ແລະ ໂອວາດໃຫ້ສຳລວມລະວັງຕົນຕໍ່ໄປ. ພິທີນີ້ເປັນການສະແດງຄວາມເຄົາລົບ ແລະ ຄວາມສາມັກຄີພາຍໃນຄະນະສົງ.
ຫຼັງຈາກພິທີເຂົ້າພັນສາແລ້ວ ພະສົງຈະຕັ້ງໃຈບຳເພັນສະມະນະກິດ ເຊັ່ນ ສຶກສາພະທຳ ປະຕິບັດວິປັດສະນາ ແລະ ອົບຮົມສັ່ງສອນພຸດທະສາສະນິກະຊົນ ຕາມໜ້າທີ່ຂອງສົງ.
2. ໜ້າທີ່ຂອງຄາລະວາດ
ສຳລັບພຸດທະສາສະນິກະຊົນ ວັນເຂົ້າພັນສາເປັນວັນສຳຄັນທີ່ທຸກຄົນຄວນມີສ່ວນຮ່ວມ. ກ່ອນຮອດວັນບຸນ ປະຊາຊົນຈະບອກຂ່າວກັນ ແລະ ຈັດຫາເຄື່ອງສັກກາລະບູຊາ ຫຼື ປັດໄຈຖວາຍພະສົງ.
ໃນເຊົ້າວັນເຂົ້າພັນສາ ຄອບຄົວຈະຊັກຊວນລູກຫຼານເຂົ້າວັດ ເພື່ອໄຫວ້ພະ, ຮັບສິນ, ຟັງພະທຳ ແລະ ຕອນຄ່ຳຈະຮ່ວມພິທີວຽນທຽນຮອບພະອຸໂບສົດ ຈາກນັ້ນຈຶ່ງນຳເຄື່ອງສັກກາລະບູຊາ ແລະ ປັດໄຈໄປຖວາຍພະສົງຕາມກຳລັງສັດທາ.
ຫຼັງຈາກປະກອບພິທີແລ້ວ ຊາວພຸດຈຳນວນຫຼາຍຈະຕັ້ງສັດຈະອະທິຖານ ເຊັ່ນ:
• ຕັ້ງໃຈບຳລຸງພະສົງຕະຫຼອດພັນສາ;
• ຮັກສາອຸໂບສົດສິນ;
• ຟັງພະທຳຕະຫຼອດພັນສາ;
• ບຳເພັນຄຸນງາມຄວາມດີໃນດ້ານຕ່າງໆ.
ຜູ້ທີ່ເຄີຍດື່ມເຫຼົ້າ ຫຼື ເສບສິ່ງມຶນເມົາ ກໍມັກອະທິຖານງົດເວັ້ນຕະຫຼອດໄລຍະພັນສາ ບາງຄົນກໍຕັ້ງໃຈງົດການພະນັນ ຫຼື ພຶດຕິກຳທີ່ບໍ່ເໝາະສົມອື່ນໆ ໂດຍບາງຄົນອະທິຖານໃຫ້ຕົນເອງ ແລະ ບາງຄົນປະຕິຍານຕໍ່ໜ້າພະສົງ ການປະພຶດປະຕິບັດເຫຼົ່ານີ້ ລ້ວນເປັນການສັ່ງສົມບຸນ ແລະ ຄຸນງາມຄວາມດີ ທີ່ຊາວພຸດນິຍົມປະຕິບັດໃນຊ່ວງເຂົ້າພັນສາ ເພື່ອພັດທະນາຕົນເອງທັງດ້ານຮ່າງກາຍ ຈິດໃຈ ແລະ ສິນທຳ.
ບູຮານສອນໄວ້ວ່າ: “ຢ່າລະຮີດໃຫ້ໝອງ ຢ່າລະຄອງໃຫ້ເສົ້າ”
ເປັນຄະຕິສອນໃຈໃຫ້ທຸກຄົນຮັກສາຄວາມດີ ລະເວັ້ນຄວາມຊົ່ວ ດຳລົງຊີວິດດ້ວຍຄວາມບໍ່ປະໝາດ ແລະ ສືບສານປະເພນີອັນດີງາມຂອງຊາວພຸດໃຫ້ຄົງຢູ່ສືບໄປ.

