ວັນທີ 25 ກໍລະກົດ 2026 ສະຫາຍ ພົນໂທ ວົງສອນ ອິນປານພີມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສປປ ລາວ ພ້ອມຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 31 ລະຫວ່າງ ຄະນະປະຕິບັດງານພິເສດ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ.

ກອງປະຊຸມໄດ້ຈັດຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2026 ຢູ່ ນະຄອນໂຮ່ຈີມິນ ສສ ຫວຽດນາມ ຝ່າຍລາວນໍາໂດຍ ສະຫາຍ ພົນໂທ ວົງສອນ ອິນປານພີມ, ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນໂທ ຫງວຽນ ວັນ ເຫງົ້າ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສສ ຫວຽດນາມ. ກອງປະຊຸມ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ລາວ-ຫວຽດນາມ ໃນຊຸມປີຜ່ານມາເຫັນວ່າ: ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ແຕກດອກອອກຜົນຈະເລີນງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ ພ້ອມກັນນີ້ກອງປະຊຸມສອງຝ່າຍໄດ້ສະຫຼຸບຕີລາຄາຄືນເຖິງໝາກຜົນແຫ່ງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ສົກປີ 2025 – 2026 ດ້ວຍການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກກອງປະຊຸມ ຄັ້ງທີ 30 ລະຫວ່າງຄະນະປະຕິບັດງານພິເສດລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ເຊິ່ງຕະຫຼອດສົກປີຜ່ານມາສອງຝ່າຍໄດ້ພ້ອມກັນປະຕິບັດໜ້າທີ່ອັນສູງສົ່ງ ແລະ ສັກກາລະບູຊາທີ່ພັກ, ລັດ ແລະ ປະຊາຊົນສອງຊາດມອບໝາຍໃຫ້ເພື່ອຊອກຫາ, ຂຸດຄົ້ນ, ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ, ຜົນສໍາເລັດອັນພົ້ນເດັ່ນແມ່ນທັງສອງຝ່າຍໄດ້ປະສານສົມທົບຢ່າງກົມກຽວຊີ້ນໍາບັນດາກົມກອງ, ອໍານາດການປົກຄອງທ້ອງຖິ່ນ ລວມເຖິງພໍ່ແມ່ປະຊາຊົນໃນການຊອກຫາ, ຂຸດຄົ້ນ ແລະ ເຄື່ອນຍ້າຍອັດຖິໃນລະດູແລ້ງ ສົກປີ 2025-2026 ສາມາດຂຸດຄົ້ນໄດ້ 173 ອັດຖິ ທັງໄດ້ຈັດຕັ້ງພິທີເຄື່ອນຍ້າຍ ມອບ-ຮັບ ຢ່າງສົມກຽດ. ສັງລວມແລ້ວ, ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງຄະນະປະຕິບັດງານພິເສດລັດຖະບານລາວ-ຫວຽດນາມ ໃນລະດູແລ້ງສົກປີ 2025-2026 ແມ່ນປະສົບຜົນສໍາເລັດຢ່າງຈົບງາມບັນລຸໄດ້ຕາມລະດັບຄາດໝາຍທີ່ກອງປະຊຸມຄັ້ງທີ 30 ໄດ້ວາງໄວ້.

ພ້ອມກັນນີ້ ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເປັນເອກະພາບຕໍ່ແຜນການຮ່ວມມື ປີ 2026-2027 ລະຫວ່າງຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກກອງປະຊຸມ ຄັ້ງທີ 31 ໃຫ້ບັນລຸຕາມລະດັບຄາດໝາຍທີ່ສອງຝ່າຍໄດ້ວາງໄວ້. ຝ່າຍລາວພ້ອມທີ່ຈະສ້າງເງື່ອນໄຂເພື່ອອໍານວຍຄວາມສະດວກໃຫ້ແກ່ໜ່ວຍຂຸດຄົ້ນອັດຖິຂອງຫວຽດນາມ ໃນການປະຕິບັດໜ້າທີ່ຢູ່ດິນແດນຂອງລາວ ໃຫ້ໄດ້ຮັບຜົນດີ ດ້ວຍການເຄື່ອນໄຫວຊຸກຍູ້ຊີ້ນໍາບັນດາກົມກອງ, ອໍານາດການປົກຄອງທ້ອງຖິ່ນ, ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງເພື່ອຕອບສະໜອງຂໍ້ມູນຕ່າງໆໃຫ້ແກ່ໜ່ວຍຂຸດຄົ້ນອັດຖິຂອງຫວຽດນາມ ໂດຍສະເພາະແມ່ນການເປີດຂະບວນການ 500 ວັນຄືນ ແຕ່ເດືອນ ມີນາ ປີ 2026 ເຖິງ ເດືອນ ກໍລະກົດ 2027 ໃນວຽກງານທ້ອນໂຮມອັດຖິ ຂອງລັດຖະບານຫວຽດນາມ ໃຫ້ໄດ້ຮັບປະສິດທິຜົນສູງ, ສືບຕໍ່ປະສານໃນການຍ້ອງຍໍໃຫ້ແກ່ບັນດາກົມກອງລວມໝູ່ ແລະ ບຸກຄົນທັງສອງຝ່າຍທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານຂຸດຄົ້ນອັດຖິທະຫານອາສາສະໝັກແລະ ຊ່ຽວຊານຫວຽດນາມ. ໃນຕອນທ້າຍ, ສະຫາຍ ພົນໂທ ວົງສອນ ອິນປານພີມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຖືເປັນກຽດເຊື່ອເຊີນ ສະຫາຍ ພົນໂທ ຫງວຽນ ວັນ ເຫງົ້າ ພ້ອມດ້ວຍຄະນະເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 32 ຢູ່ ສປປ ລາວ ໃນປີ 2027 ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ – ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ. ຈາກນັ້ນ, ທັງສອງຝ່າຍ ກໍໄດ້ພ້ອມກັນລົງນາມເຊັນບົດບັນທຶກກອງປະຊຸມຄັ້ງທີ 31 ຕື່ມອີກ.

