Homeຂ່າວຕ່າງປະເທດຍີ່ປຸ່ນ ຜ່ານກົດໝາຍສ້າງເມືອງຫລວງສຳຮອງ

ຍີ່ປຸ່ນ ຜ່ານກົດໝາຍສ້າງເມືອງຫລວງສຳຮອງ

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 26 ກໍລະກົດ, ວຸດທິສະພາຍີ່ປຸ່ນ ໄດ້ລົງມະຕິເຫັນດີກົດໝາຍຈັດຕັ້ງ “ເມືອງຫລວງສຳຮອງ” ເພື່ອໃຫ້ ລັດຖະບານຍີ່ປຸ່ນ ສາມາດບໍລິຫານປະເທດໄດ້ ຖ້າຫາກນະຄອນຫລວງໂຕກຽວ ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງໃຫຍ່ຈົນບໍ່ສາມາດໃຊ້ເປັນບ່ອນບໍລິຫານປະເທດໄດ້. ກົດໝາຍດັ່ງກ່າວ ໄດ້ມີສະພາຜູ້ແທນປະຊາຊົນ ໄດ້ໃຫ້ຄວາມເຫັນດີ ແລະ ກຳນົດໃຫ້ມີການຄັດເລືອກແຂວງໃດແຂວງໜຶ່ງ ເພື່ອເຮັດໜ້າທີ່ເປັນສູນກາງການບໍລິຫານ ຂອງລັດຖະບານແທນນະຄອນຫລວງໂຕກຽວ ໃນກໍລະນີສຸກເສີນ. ໂດຍແຂວງ ທີ່ໄດ້ຮັບການຄັດເລືອກຈະຖືກພິຈາລະນາຈາກປັດໄຈຫລາຍດ້ານ ເຊັ່ນ: ຈຳນວນປະຊາກອນ, ຂະໜາດເສດຖະກິດ ແລະ ຕ້ອງມີການຈັດຕັ້ງເຂດປົກຄອງພິເສດ ໃນລັກສະນະດຽວກັນ ກັບ 23 ເຂດພິເສດ ຂອງນະຄອນຫລວງໂຕກຽວ. ນອກຈາກນີ້, ຄະນະກຳມະການພິເສດ ຂອງວຸດທິສະພາ ຍັງໄດ້ເຫັນດີ ມະຕິປະກອບການບັງຄັບໃຊ້ກົດໝາຍ ໂດຍຮຽກຮ້ອງໃຫ້ລັດຖະບານ ດຳເນີນມາດຕະການຢ່າງຮອບດ້ານ ເພື່ອປ້ອງກັນບໍ່ໃຫ້ການເລືອກຕັ້ງທ້ອງຖິ່ນຊ້ອນທັບກັນ ກັບ ຈັດປະຊາມະຕິ ກ່ຽວກັບການຈັດຕັ້ງເຂດປົກຄອງພິເສດໃນພື້ນທີ່ ຊຶ່ງໄດ້ຮັບການຄັດເລືອກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments