Homeຂ່າວຕ່າງປະເທດສສ ຫວຽດນາມ ນຳໜ້າໃນການຫັນວິໄສທັດປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ

ສສ ຫວຽດນາມ ນຳໜ້າໃນການຫັນວິໄສທັດປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ

ວິທະຍຸກະຈາຍສຽງຫວຽດນາມ, ທ່ານ ນາງ ໂຕນ​ທິ​ງອກ​ເຮືອງ ​ເອກ​ອັກ​ຄະ​ລັດ​ຖະທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າຫວຽດ​ນາມ ປະ​ຈຳອາ​ຊຽນ ໄດ້ຢັ້ງ​ຢືນ​ສິ່ງ​ນີ້ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂອງ​ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ ປະ​ຈຳອິນ​ໂດ​ເນ​ເຊຍ ເນື່ອງ​ໃນ​ໂອ​ກາດ 31 ປີ ​ແຫ່ງວັນຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກອາ​ຊຽນ (28/7/1995 – 28/7/2026), ກົງ​ກັ​ບ​ຈຸດ​ເວ​ລາ​ອາ​ຊຽນ​ກ້າວ​ເຂົ້າ​ສູ່​ປີ​ທຳ​ອິດ​ຜັນ​ຂະ​ຫຍາ​ຍ​ວິ​ໄສ​ທັດປະ​ຊາ​ຄົມອາ​ຊຽນ 2045 ດ້ວຍ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃໝ່ຫລາຍ​ຢ່າງ. ຕາມ​ທ່ານ​ນາງ ໂຕນ​ທິ​ງອກ​ເຮືອງ​ແລ້ວ, ປີ 2026 ແມ່ນ​ປີ​ທຳ​ອິດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ ຜັນ​ຂະ​ຫຍາ​ຍ​ວິ​ໄສ​ທັດ​ປະ​ຊາ​ຄົມອາ​ຊຽນ 145 ດ້ວຍຫຼາຍ​ແຜນ​ການ​ໃຫຍ່. ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ໃນ​ນັ້ນ​ມີຫວຽດ​ນາມຕ້ອງ​ສ້າງວິ​ວັດ​ການ ແລະ ບັນ​ດາ​ມາດ​ຕະ​ການ, ໃຫ້​ບຸ​ລິ​ມະ​ສິດ​ລະ​ອຽດ​ໃຫ້​ແຕ່​ລະ​ໄລ​ຍະ​ດ້ວຍ​ການ​ລົງ​ທຶນແຫລ່ງ​ກຳ​ລັງ ສົມ​ຄວນ ໃຫ້​ແກ່​ວຽກ​ງານ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດປະ​ຊາ​ຄົມອາ​ຊຽນ 2045.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments