Homeຂ່າວຕ່າງປະເທດກຳປັ່ນຂອງ ສສ ຫວຽດນາມ ລຳໜຶ່ງຫົ້ຼມ ຢູ່ນ່ານທະເລ ໝູ່ເກາະນານຊ່າ

ກຳປັ່ນຂອງ ສສ ຫວຽດນາມ ລຳໜຶ່ງຫົ້ຼມ ຢູ່ນ່ານທະເລ ໝູ່ເກາະນານຊ່າ

ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ນະ​ຄອນ​ຊ່ານ​ຊ່າ ​ແຂວງ​ໄຫ​ຫລຳ​​ຂອງ​ ສປ ຈີນ ແຈ້ງ​ຂ່າວ​ວ່າ: ກຳ​ປັ່ນ​ຂອງ ​ສສ ຫວຽດ​ນາມ “KHOI HGUYEN 18” ​ຫົ້ມຢູ່​ໃກ້​ເກາະ​ຢົງ​ສູ​​ ໃນ​ໝູ່ເກາະ​ນານ​ຊ່າ, ໂດຍ​ມີ 46 ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ(ໃນ​ນັ້ນ ​ມີ​ຄົນ​ໜຶ່ງ​ ແມ່ນ​ໄດ້​ຮັບ​ການຊ່ວຍ​ເຫລືອ​ ຈາກຝ່າຍ​ ສສ ຫວຽດ​ນາມ). ສປ ຈີນ​ ໄດ້​ມອບ​ຜູ້​​ທີ່​ໄດ້​ຮັບ​ການຊ່ວຍ​ເຫລືອ 41 ຄົນ​ໃຫ້​ ສສ ຫວຽດ​ນາມ, ສ່ວນ​ອີກ 4 ຄົນ​ ທີ່​ເຫລືອໄດ້​ມອບ​ໃຫ້ ສສ ​​ຫວຽດ​ນາມ​ແລ້ວ.ປັດ​ຈຸ​ບັນ, ກຳ​ປັ່ນ 6 ລຳ ແລະ​ເຮ​ລິ​ກົບ​ແຕ​ໜຶ່ງລຳ​​ ຂອງ ສປ ​ຈີນ​ ຍັງ​​ດຳ​ເນີນ​ການ​ຄົ້ນ​ຫາ, ​ພ້ອມ​ນີ້, ກຳ​ປັ່ນ 7 ລຳຂອງສສ ຫວຽດ​ນາມ​ ກໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຄົ້ນ​ຫາ​ເຊັ່ນ​ດຽວ​ກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments