Homeຂ່າວຕ່າງປະເທດສູນປ່າແຄມນ້ຳສາກົນ ເປີດການນຳໃຊ້ຢ່າງ ເປັນທາງການ

ສູນປ່າແຄມນ້ຳສາກົນ ເປີດການນຳໃຊ້ຢ່າງ ເປັນທາງການ

ວິທະຍຸ ໂທລະພາບ ສູນກາງຈີນ, ກົມປ່າ​ໄມ້​ ແລະ ​ທົ່ງ​ຫຍ້າ ​ແຫ່ງຊາດ​ຈີນ​ ເຜີຍ​ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ ກໍ​ຄື​ພິ​ທີ​ເປີດ​ປ້າຍ​ ຂອ​ງ​ສູ​ນ​​ປ່າ​ແຄມ​ນ້ຳ​ສາ​ກົນ​​ ໄດ້ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ເ​ສິ່ນ​ເຈິ້ນ ເມື່ອບໍ່ດົນມານີ້, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ສູນ​ປ່າ​ແຄມ​ນ້ຳສາ​ກົນ​ ຈາກ​​ທີ່​ເປັນ​ພຽງ​ຂໍ້​ລິ​ເລີ່ມ​ທົ່ວ​ໂລກ ໄດ້​ເຂົ້າ​ໃນ​ໄລ​ຍະ​ທີ່​ມີ​ອົງ​ກອນດຳ​ເນີນ​ງານ​​ແລ້ວ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ທີ ​ທີ່ຕິດ​ແທດ​ຕິວ​ຈິງ​ ແລະ ​​​ມີ ຄວາມ​ຮັບ​ຜິດ​ຊອບຂອງ​ລັດ​ຖະ​ບານ​ຈີນ ​ໃນ​ດ້ານ​ການ​ຊຸກ​ຍູ້​​ການ​ຮ່ວມ​ມື​ ລະ​ຫວ່າງ ​ລັດ​ຖະ​ບານ ​ເພື່ອ​ປ້ອງ​ກັນ​ປ່າ​ແຄມ​ນ້ຳທົ່ວ​ໂລກ. ຜູ້​ແທນ​ທີ່​ມາ​ຈາກ ປະ​ເທດ​ສະ​ມາ​ຊິກ, ປະ​ເທດ​​ທີ່​ລົງ​ນາມ​ ແລະ ​ອົງ​ການ​ ​ສັງ​ເກດ​ການ ຂອງ​ສູນ​ປ່າແຄມ​ນ້ຳ​ສາ​ກົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ​ເພື່ອ​ພິ​ຈາ​ລະ​ນາ ​ແລະ ​ຮັບ​ຮອງ​ເອົາ ເອ​ກະ​ສານ​ຕ່າງໆ, ເຊັ່ນ: ແຜນ​ຍຸດ​ທະ​ສາດ, ກົດລະ​ບຽບການດຳ​ເນີນ​ງານແລະ​ອື່ນໆ, ​​ພ້ອມ​ນີ້ ​ຍັງ​ໄດ້​ແຕ່ງ​ຕັ້ງ​ເລ​ຂາ​ທິ​ການ​ໃຫຍ່ ​ສູນ​ປ່າ​​ແຄມ​ນ້ຳສາ​ກົນ​ ແລະ​ ສ້າງ​ຕັ້ງສຳ​ນັກ​ເລ​ຂາ ​ສູນ​ປ່າ​ແຄມ​ນ້ຳສາ​ກົນ​​ ຢ່າງ​ເປັນ​ທາງ​ການ ຢູ່​ນະ​ຄອນ​​ເສິ່ນ​ເຈີ້ນ​ຂອງ ສປ ​ຈີນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments