Homeຂ່າວການເມືອງນຳພາການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ”

ນຳພາການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ບົນຈິດໃຈ “4 ດີ”

ປີ 2026 ນີ້,ສອງປະເທດ ລາວ-ຈີນ ສະເຫລີມສະຫລອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ປີແຫ່ງມິດຕະພາບ ລາວ-ຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ: ສອງປະເທດ ລາວ-ຈີນ ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ເປັນເພື່ອນມິດທີ່ດີ ທີ່ມີພູຜາ ປ່າໄມ້ຕິດຈອດກັນ, ມີແມ່ນໍ້າລໍາເຊໄຫລລ່ວງກັນ ແລະ ມີນໍ້າໃຈມິດຕະພາບ ທີ່ສືບທອດກັນມາແຕ່ບູຮານນະການ, ພ້ອມທັງເປັນສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີທີ່ມີອຸດົມການຮ່ວມກັນ ແລະ ຮ່ວມຊາຕາກຳ. ຈິດໃຈ “4 ດີ” ບໍ່ພຽງແຕ່ເປັນການສະຫລຸບຢ່າງເລິກເຊິ່ງຕໍ່ມິດ ຕະພາບອັນຍາວນານ ຂອງສອງປະເທດ ລາວ-ຈີນ ເທົ່ານັ້ນ, ຫາກຍັງເປັນເຂັມຊີ້ທິດການ ເຄື່ອນໄຫວໃນການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່ອີກດ້ວຍ.

ສອງປະເທດ ລາວ-ຈີນ ມີແຜ່ນດິນຕິດຈອດກັນ ແລະ ໃຊ້ແມ່ນໍ້າ ຮ່ວມສາຍດຽວ, ມີຊາຍແດນຍາວເຖິງ 500 ກວ່າກິໂລແມັດ. ປະຊາຊົນທີ່ ອາໄສຢູ່ຕາມຊາຍແດນໄດ້ດື່ມນ້ຳຈາກແມ່ນ້ຳສາຍດຽວກັນ ແລະ ເດີນທາງ ໃນເສັ້ນທາງດຽວກັນມາເປັນເວລາຫລາຍເຊັ່ນຄົນ ຊຶ່ງໄດ້ສ້າງຄວາມ ເຫັນດີເຫັນພ້ອມທີ່ລຽບງ່າຍ ຄື: ມິດສະຫາຍຮັກແພງກັນບ້ານໃກ້ເຮືອນ ຄຽງທີ່ດີມີຄວາມສາມັກຄີກັນ. ນັບຕັ້ງແຕ່ຍຸກສະໄໝໃໝ່ເປັນຕົ້ນມາ, ປະເພນີການເປັນບ້ານໃກ້ເຮືອນຄຽງທີ່ດີໄດ້ກາຍເປັນພື້ນຖານອັນເລິກ ເຊິ່ງທີ່ສຸດຂອງການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ.

ບ້ານໃກ້ເຮືອນຄຽງທີ່ດີ ມັກຈະໄປມາຫາສູ່ກັນເພື່ອສ້າງຮາກຖານອັນ ໜັກແໜ້ນ ໃຫ້ແກ່ສາຍພົວພັນລະຫວ່າງເພື່ອນບ້ານໂດຍອາໄສພູມສາດ. ເສັ້ນທາງບູຮານການຄ້າຊາ-ມ້າທີ່ເປັນພັນປີ ແລະ ເສັ້ນທາງນ້ຳແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງ ໄດ້ເຊື່ອມໂຍງປະຊາຊົນສອງຟາກຊາຍແດນຢ່າງ ແໜ້ນແຟ້ນ, ການຄ້າຊາຍແດນໄດ້ດຳເນີນໄປຢ່າງຕໍ່ເນື່ອງ ຊຶ່ງໄດ້ສ້າງພື້ນ ຖານຄວາມສຳພັນທີ່ເລິກເຊິ່ງໃຫ້ແກ່ປະເພນີຂອງບ້ານໃກ້ເຮືອນຄຽງທີ່ດີ ແລະ ເຮັດໃຫ້ “ຍາດພີ່ນ້ອງຍິ່ໄປມາຫາສູ່ກັນຍິ່ງໃກ້ຊິດ”ຢູ່ຕາມບໍລິເວນ ຊາຍແດນ.

ບ້ານໃກ້ເຮືອນຄຽງທີ່ດີມີຄວາມເຂົ້າໃຈກັນ ຮ່ວມກັນສ້າງລະບົບການ ຮ່ວມມືດ້ານຄວາມໝັ້ນຄົງໃຫ້ມີຄວາມໜຽວ ແໜ້ນສູງ. ສອງປະເທດ ຖືເອົາ ກົນໄກການປະສານສົມທົບຍຸດທະສາດ “3+3” ດ້ານການຕ່າງປະເທດ ການປ້ອງກັນ ຊາດ ແລະ ຄວາມໝັ້ນຄົງເປັນໂອກາດ, ລົງເລິກການຮ່ວມ ມືດ້ານການປ້ອງກັນຊາດ ແລະ ຄວາມໝັ້ນຄົງໃນການປະຕິບັດກົດໝາຍ, ປະສານງານຢ່າງໃກ້ຊິດພາຍໃນຂອບຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ປົກປ້ອງຄວາມໝັ້ນຄົງທາງດ້ານການເມືອງ ແລະ ລະບອບ, ຮັກສາສັນ ຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ບ້ານໃກ້ເຮືອນຄຽງທີ່ດີ ຮ່ວມກັນປົກປັກຮັກສານ້ຳໃສພູຂຽວ. ສອງປະເທດໄດ້ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຄຸ້ມຄອງສິ່ງແວດລ້ອມທາງນໍ້າໃນລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ການປົກປັກ ຮັກສາຊີວະນາໆພັນຂ້າມແດນ ແລະ ການປ້ອງກັນໄຟໄໝ້ ປ່າຕາມຊາຍ ແດນ. ພ້ອມກັນນັ້ນ, ຍັງໄດ້ດໍາເນີນການແລກປ່ຽນ ຂໍ້ມູນ ຄຸນນະພາບນໍ້າ ການສໍາຫລວດປົກປັກຮັກສາພືດ ແລະ ສັດທີ່ຫາຍາກ ແລະ ການບູລະນະ ລະບົບນິເວດຂ້າມແດນຢ່າງເປັນປົກກະຕິ ເພື່ອສ້າງຄວາມໝັ້ນ ຄົງທາງລະບົບນິເວດຢູ່ຊາຍແດນ, ເຮັດໃຫ້ນ້ຳໃສພູຂຽວກາຍເປັນ ຜົນປະໂຫຍດທີ່ກວ້າງຂວາງທີ່ສຸດສໍາລັບປະຊາຊົນຂອງບ້ານໃກ້ເຮືອນຄຽງທີ່ດີ ແລະ ໄດ້ເພີ່ມເນື້ອໃນຄວາມໝາຍການພັດທະນາ ແບບຍືນຍົງໃຫ້ແກ່ປະເພນີທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ. ຈິດໃຈ ເພື່ອນມິດທີ່ດີມີຄວາມອົບອຸ່ນທີ່ສຸດໃນສາຍພົວພັນລະຫວ່າງສອງປະ ເທດຢ່າງສະເໝີຕົ້ນສະເໝີປາຍ. ປະຊາຊົນສອງປະເທດໄດ້ມີການພົວພັນ ກັນດ້ວຍຄວາມຈິງໃຈ, ສືບຕໍ່ເສີມສ້າງພື້ນຖານຄວາມຄິດເຫັນ ຂອງປະຊາຊົນ ລາວ-ຈີນ, ຊຸກຍູ້ການເຊື່ອມໂຍງຈິດໃຈຂອງປະຊາຊົນໃຫ້ ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ, ເຮັດໃຫ້ຈິດໃຈເພື່ອນມິດທີ່ດີເຊື່ອມ ໂຍງເຂົ້າກັບຊີວິດປະຈຳວັນ ແລະ ສືບຕໍ່ເພີ່ມພະລັງທາງດ້ານຈິດໃຈໃຫ້ແກ່ ຄູ່ຮ່ວມຊາຕາກຳ ລາວ-ຈີນ.

ຈິດໃຈມິດຕະພາບປະຕິວັດໄດ້ສ້າງຂົວເພື່ອນ ມິດທີ່ດີອັນເຂັ້ມແຂງລະ ຫວ່າງປະຊາຊົນທັງສອງຊາດ. ໃນກາງສະຕະວັດທີ 20, ທ່ານ ເມົາເຈີຕຸງ, ທ່ານ ໂຈເອີນລາຍ ແລະ ທ່ານ ໄກສອນ ພົມວິຫານ ພ້ອມດ້ວຍຜູ້ນຳ ອາວຸໂສທັງຫລາຍ ໄດ້ສ້າງສາຍພົວພັນມິດຕະພາບປະຕິວັດ ອັນເລິກ ເຊິ່ງຮ່ວມກັນ, ເປັນຮາກຖານໃຫ້ແກ່ມິດຕະພາບອັນຍືນຍົງລະ ຫວ່າງສອງປະເທດ. ປັດຈຸບັນ, ສອງຝ່າຍກໍາລັງຊຸກຍູ້ການສ້ອມແປງ ແລະ ອະນຸລັກຮັກ ສາສະຖານທີ່ປະຫວັດສາດປະຕິວັດ ເຊັ່ນ: “ຖໍ້າຈີນ” ເປັນຕົ້ນ, ພະຍາຍາມສ້າງສະຖານທີ່ດັ່ງກ່າວໃຫ້ກາຍເປັນຖານການສຶກສາອົບຮົມສີແດງລາວ- ຈີນ ເພື່ອຫັນຄວາມຊົງຈຳທາງປະຫວັດສາດໃຫ້ເປັນ ກຳລັງແຮງທາງຈິດໃຈໃນການເຕົ້າໂຮມຄວາມເຫັນທີ່ເປັນເອກະພາບ, ຮັບປະກັນມິດຕະພາບປະຕິວັດບໍ່ຂາດສາຍຕະຫລອດໄປ.

ການຮ່ວມມືດ້ານຊີວິດການເປັນຢູ່ຂອງປະຊາຊົນຖືກກັບເປົ້າໝາຍ ແລະ ດໍາເນີນການທີ່ເປັນຮູບປະທໍາ ເຮັດໃຫ້ການດູແລທີ່ອົບອຸ່ນຈາກເພື່ອນ ມິດທີ່ດີສາມາດສຳຜັດໄດ້. ສອງປະເທດໄດ້ສຸມໃສ່ຄວາມຕ້ອງການອັນຮີບ ດ່ວນຂອງຊີວິດການເປັນຢູ່ຂອງປະຊາຊົນ, ຫັນມິດຕະພາບໃຫ້ກາຍເປັນ ການປັບປຸງທີ່ປະຊາຊົນສາມາດເຫັນ ແລະ ສໍາຜັດໄດ້. ໂຄງການຊ່ວຍເຫລືອ ຂອງຈີນຕໍ່ລາວ ຕັ້ງແຕ່ນໍ້າສະອາດ ພະລັງງານໄຟຟ້າແສງຕາເວັນ ຈົນເຖິງ ການກໍ່ສ້າງສຸກສາລາຂັ້ນບ້ານ, ໄດ້ແກ້ໄຂຄວາມຕ້ອງການພື້ນ ຖານໃນການ ດໍາລົງຊີວິດຂອງປະຊາຊົນໃນເຂດຫ່າງໄກສອກຫລີກຢ່າງມີປະ ສິດທິພາບ. “ໂຄງການແບບນ້ອຍແຕ່ງາມ” ຈໍານວນໜຶ່ງໄດ້ຕອບສະໜອງຄວາມຕ້ອງ ການຂອງຊຸມຊົນຢ່າງຖືກຕ້ອງ, ໄດ້ແກ້ໄຂບັນຫາທີ່ມີ “ຄວາມຫຍຸ້ງຍາກ ໃນການໄປໂຮງຮຽນ” ແລະ “ການໄປຫາໝໍໄກ” ຂອງປະຊາຊົນຫຼາຍສິບ ພັນຄົນ, ຄວາມອົບອຸ່ນຂອງເພື່ອນມິດທີ່ດີໄດ້ກາຍເປັນ ຄວາມຮູ້ສຶກ ທີ່ໄດ້ຮັບຜົນປະໂຫຍດທີ່ສາມາດສຳຜັດໄດ້ຂອງຫລາຍພັນຄອບຄົວ.

ການແລກປ່ຽນດ້ານວັດທະນະທຳໄດ້ຮັບການເພີ່ມທະວີ ແລະ ເລິກເຊິ່ງຂຶ້ນ ເປັນການຊຸກຍູ້ໃຫ້ໄລຍະຫ່າງທາງຈິດໃຈຂອງເພື່ອນມິດທີ່ດີໄດ້ໃກ້ຊິດ ສະໜິດ ສະໜົມກັນຫລາຍຂຶ້ນ. ສອງປະເທດໄດ້ສືບຕໍ່ຂະຫຍາຍ ການພົວພັນແລກປ່ຽນໃນຂົງເຂດວັດທະນະທຳ, ການສຶກສາ ໄວໜຸ່ມ ແລະ ສື່ມວນຊົນ ເຫລົ່ານີ້ເປັນຕົ້ນ. ແນວຄິດສັງຄົມນິຍົມທີ່ມີສີສັນພິເສດຈີນໃນຍຸກໃໝ່ຂອງ ທ່ານ ສີຈິ້ນຜິງ ແລະ ຄວາມທັນສະໄໝແບບຈີນ ແມ່ນຈຸດຮ້ອນການຄົ້ນຄວ້າໃນວົງ ການວິຊາການລາວ, ສ່ວນນັກວິຊາການຈີນ ກໍໄດ້ລົງເລິກການສຶກສາຄົ້ນ ຄວ້າແນວຄິດໄກສອນ ພົມວິຫານ ແລະ ເອົາໃຈໃສ່ຕໍ່ການພັດທະນາຄວາມ ທັນສະໄໝຂອງລາວ. ນັກສຶກສາລາວທີ່ມາສຶກສາຢູ່ຈີນ ໄດ້ຮັບທຶນການສຶກ ສາແບບຄົບຖ້ວນນັບມື້ນັບຫລາຍຂຶ້ນ, ຄາດວ່າ ຮອດປີ 2028 ຈະມີນັກສຶກສາລາວ ມາສຶກສາຢູ່ຈີນປີລະສິບພັນຄົນ. ໄວໜຸ່ມສອງປະເທດ ໄດ້ແບ່ງປັນຊີວິດປະຈຳວັນ ແລະ ສ້າງມິດຕະພາບ ໂດຍເວທີສື່ສັງຄົມອອນ ລາຍ, ພ້ອມທັງໄດ້ມີການຮ່ວມກັນຜະລິດສາລະຄະດີ ແລະ ການອ່ານ ດ້ວຍປັນຍາປະດິດ (AI) ເປັນຕົ້ນ ຊຶ່ງເປັນນະວັດຕະກໍາທີ່ພົ້ນ ເດັ່ນຂຶ້ນ ເລື້ອຍໆ ແລະ ກາຍເປັນກຳລັງສຳຄັນຂອງເພື່ອນມິດທີ່ດີ.

ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments