ປັດຈຸບັນ, ບັນຫາການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກ ກໍາລັງເປັນບັນຫາທີ່ທຸກພາກສ່ວນໃນສັງຄົມ ຕ້ອງໃຫ້ຄວາມສໍາຄັນຢ່າງຮີບດ່ວນ ໂດຍສະເພາະຄວາມປອດໄພທາງດ້ານຮ່າງກາຍ, ດ້ານຈິດໃຈ, ຕະຫລອດຮອດການປົກປ້ອງເດັກຈາກໄພຂົ່ມຂູ່ໃນໂລກອອນລາຍ. ໃນວັນທີ 27-28 ກໍລະກົດ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສໍາລັບກສຍສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫລື ແຜນງານບີຄວາ ໄດ້ສະເຫລີມສະຫລອງວັນສ້າງຕັ້ງສະຫະພັນ ແມ່ຍິງລາວ ແລະ ກິດຈະກຳຝຶກອົບຮົມ ໃຫ້ແກ່ສື່ມວນຊົນສູນກາງ ແລະ ທ້ອງຖິ່ນຂອງກະຊວງສຶກ ສາທິການ ແລະ ກິລາ, ສື່ມວນຊົນຈາກຫລາຍພາກສ່ວນ ເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບການລາຍງານຂ່າວທີ່ມີຄວາມຮັບຜິດຊອບສູງ, ການປົກປ້ອງເດັກ, ການຖ່າຍຮູບ ແລະ ການຖ່າຍວິ ດີໂອເດັກຢ່າງປອດໄພ ລວມເຖິງການສື່ສານທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ. ການສ້າງສະພາບ ແວດລ້ອມທີ່ປອດໄພໃຫ້ກັບເດັກນ້ອຍ ແມ່ນເລີ່ມຕົ້ນຈາກສະຖາບັນຄອບຄົວ, ພໍ່ແມ່ ແລະ ຜູ້ປົກຄອງ ຕ້ອງເປັນຜູ້ປ້ອງກັນທຳອິດ ໂດຍການໃຫ້ຄວາມຮັກ, ຄວາມອົບອຸ່ນ ແລະ ເປັນທີ່ປຶກສາທີ່ດີ. ນອກຈາກ ນັ້ນ, ໂຮງຮຽນ ແລະ ຊຸມຊົນ ກໍຕ້ອງມີມາດຕະການ ທີ່ເຂັ້ມງວດໃນການເຝົ້າລະວັງ, ປ້ອງກັນການໃຊ້ ຄວາມຮຸນແຮງ ແລະ ການລ່ວງລະເມີດສິດທິຂອງ ເດັກໃນທຸກຮູບແບບ. ພ້ອມກັນນີ້, ໃນຍຸກດີຈິ ຕອນ ທີ່ເດັກນ້ອຍສາມາດເຂົ້າເຖິງອິນເຕີເນັດໄດ້ງ່າຍຂຶ້ນ, ໄພຂົ່ມຂູ່ທາງໄຊເບີເຊັ່ນ: ການຫລອກລວງ ອອນລາຍ, ການເຂົ້າເຖິງເນື້ອຫາທີ່ບໍ່ເໝາະສົມ ແລະ ການຂົ່ມຂູ່ທາງອິນເຕີເນັດ ກໍເປັນອີກໜຶ່ງສິ່ງທີ່ຕ້ອງເລັ່ງໃສ່ປ້ອງກັນ. ສິ່ງເຫລົ່ານີ້ ມັນຮຽກຮ້ອງໃຫ້ທຸກຄອບຄົວ ຕິດຕາມການໃຊ້ອິນເຕີເນັດຂອງລູກຫລານຢ່າງໃກ້ຊິດ ແລະ ສ້າງພູມຄຸ້ມກັນທາງດີຈິຕອນ ໃຫ້ແກ່ເດັກ.
ການຮັກສາຄວາມປອດໄພຂອງເດັກ ບໍ່ແມ່ນໜ້າທີ່ຂອງຜູ້ໃດຜູ້ໜຶ່ງ, ແຕ່ແມ່ນຄວາມຮັບຜິດ ຊອບຮ່ວມກັນຂອງທົ່ວສັງຄົມ. ການຮ່ວມມືກັນລະຫວ່າງພາກລັດ, ພາກເອກະຊົນ, ໂຮງຮຽນ, ຄອບ ຄົວ ແລະ ອົງການຈັດຕັ້ງສັງຄົມ ຈະເປັນກຸນແຈສໍາຄັນໃນການສ້າງສັງຄົມທີ່ເອື້ອອຳນວຍ ໃຫ້ເດັກນ້ອຍໄດ້ເຕີບໃຫຍ່ຢ່າງມີຄຸນນະພາບ, ມີຄວາມສຸກ ແລະ ປອດໄພຢ່າງແທ້ຈິງ. ນອກຈາກນັ້ນ, ການສ້າງສະ ພາບແວດລ້ອມທີ່ປອດໄພໃຫ້ກັບເດັກນ້ອຍຢູ່ໃນໂຮງຮຽນ ຊຶ່ງເປັນສະຖານທີ່ເດັກໃຊ້ເວລາສ່ວນໃຫຍ່ຢູ່, ຕ້ອງໄດ້ຮັບການເອົາໃຈໃສ່ໃນບາງດ້ານທີ່ສຳຄັນ. ໃນນັ້ນ, ຄວາມປອດໄພທາງດ້ານຮ່າງກາຍ ແລະ ສິ່ງ ແວດລ້ອມ: ຕ້ອງມີການກວດກາອາຄານຮຽນ, ເຄື່ອງຮຽນ-ເຄື່ອງຫລິ້ນ ແລະ ສະພາບແວດລ້ອມ ອ້ອມຂ້າງໂຮງຮຽນໃຫ້ມີຄວາມປອດໄພ, ລວມທັງການເຝົ້າລະວັງອຸບັດເຫດ, ການຈະລາຈອນໜ້າໂຮງຮຽນ, ແລະ ການກວດກາຄົນນອກເຂົ້າ-ອອກຢ່າງເຂັ້ມງວດ; ຄວາມປອດໄພທາງດ້ານຈິດໃຈ ແລະ ສັງຄົມ: ການສ້າງມາດຕາການປ້ອງກັນ ແລະ ແກ້ໄຂ ບັນຫາການໃຊ້ຄວາມຮຸນແຮງ, ການລ່ວງລະເມີດສິດທິ, ພ້ອມທັງມີຄູທີ່ປຶກສາ ເພື່ອຄອຍຮັບຟັງ ແລະ ຊ່ວຍເຫລືອເດັກທີ່ມີບັນຫາທາງດ້ານຈິດໃຈ; ຄວາມ ປອດໄພດ້ານໂພຊະນາການ ແລະ ສຸຂະອະນາໄມ: ການດູແລອາຫານ-ເຄື່ອງດື່ມໃນໂຮງຮຽນໃຫ້ສະອາດ, ຖືກອະນາໄມ ແລະ ມີໂພຊະນາການທີ່ດີ ເພື່ອປ້ອງກັນພະຍາດຕິດຕໍ່ ແລະ ສົ່ງເສີມສຸຂະພາບຂອງເດັກ.
ພ້ອມກັນນີ້, ໃນຍຸກດີຈິຕອນ ໄພຂົ່ມຂູ່ທາງໄຊເບີເຊັ່ນ: ການຫລອກລວງອອນລາຍ, ການເຂົ້າເຖິງເນື້ອຫາທີ່ບໍ່ເໝາະສົມ ແລະ ການຂົ່ມຂູ່ທາງອິນເຕີເນັດ ກໍເປັນອີກໜຶ່ງສິ່ງທີ່ຕ້ອງເລັ່ງໃສ່ປ້ອງກັນ. ດັ່ງນັ້ນ, ທັງຄອບຄົວ ແລະ ໂຮງຮຽນ ຕ້ອງໄດ້ຮ່ວມມືກັນຕິດຕາມການໃຊ້ອິນເຕີເນັດຂອງລູກຫລານ ແລະ ສ້າງພູມຄຸ້ມກັນທາງດີຈິຕອນໃຫ້ແກ່ເດັກຢ່າງຖືກຕ້ອງ. ການຮັກສາຄວາມປອດໄພຂອງເດັກ ບໍ່ແມ່ນໜ້າທີ່ຂອງໃຜຜູ້ໜຶ່ງ, ແຕ່ແມ່ນຄວາມຮັບຜິດຊອບຮ່ວມກັນຂອງທົ່ວສັງຄົມ. ການຮ່ວມມືກັນຢ່າງ ແໜ້ນແຟ້ນລະຫວ່າງພາກລັດ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ອົງການຈັດຕັ້ງສັງຄົມ ເປັນກຸນແຈສໍາຄັນໃນການສ້າງ “ໂຮງຮຽນປອດໄພ” ແລະ ສັງຄົມທີ່ເອື້ອອຳນວຍໃຫ້ເດັກນ້ອຍ ໄດ້ເຕີບໃຫຍ່ຢ່າງມີຄຸນນະພາບ, ມີຄວາມສຸກ ແລະ ປອດໄພຢ່າງແທ້ຈິງ.

