Homeຂ່າວໜ້າໜຶ່ງຮອງຫົວໜ້າ ຄອສພ ຕ້ອນຮັບຮອງຫົວໜ້າບັນນາທິການໃຫຍ່ວາລະສານກົງສ້ານ ພັກກອມມູນິດຫວຽດນາມ

ຮອງຫົວໜ້າ ຄອສພ ຕ້ອນຮັບຮອງຫົວໜ້າບັນນາທິການໃຫຍ່ວາລະສານກົງສ້ານ ພັກກອມມູນິດຫວຽດນາມ

ໃນວັນທີ 28 ກໍລະກົດ 2026 ນີ້, ສະຫາຍ ວັນສີ ກົວມົວ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ສະ ຫາຍ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານກົງສ້ານ ພັກກອມມູນິດຫວຽດ ນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດນີ້, ສະຫາຍ ວັນສີ ກົວມົວ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງມີຄວາມໝາຍສຳຄັນຢ່າງຍິ່ງ ເພາະເປັນການສືບຕໍ່ຖະນຸບຳລຸງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ປະກອບສ່ວນອັນສຳຄັນເຂົ້າໃນບັນຍາ ກາດແຫ່ງການສະເຫລີມສະຫລອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວ ພັນການທູດ ຄົບຮອບ 64 ປີ ແລະ ວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບ ຮອບ 49 ປີ ໃຫ້ມີຄວາມໝາຍເລິກເຊິ່ງຍິ່ງໆຂຶ້ນ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນແຫ່ງການຮ່ວມມື ລະຫວ່າງ ວາລະສານອະລຸນໃໝ່ ແລະ ວາລະສານກົງສ້ານ ໂດຍສະເພາະຜົນສຳເລັດໃນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ໄລຍະປີ 2023-2027.

ໂອກາດດຽວກັນ, ສະຫາຍ ຫງວຽນ ຫງັອກ ຮາ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບຂອງ ສະຫາຍ ວັນສີ ກົວມົວ ໃນຄັ້ງນີ້, ພ້ອມທັງສະແດງຄວາມໝັ້ນໝາຍ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດ ກັບວາລະສານອະລຸນໃໝ່ ໃຫ້ຫລາຍຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments