ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 27 ກໍລະກົດ ຜ່ານມາວ່າ: ເນື່ອງຈາກອາເມຣິກາ ແລະ ອີຣານ ຢຸດຕິການໂຈມຕີກັນເປັນການຊົ່ວຄາວ. ໃນວັນທີ 26 ກໍລະກົດ ຜ່ານມາ, ລາຄານ້ຳມັນດິບສາກົນໄດ້ຫຼຸດລົງຢ່າງຫຼວງຫຼາຍ ໂດຍຫຼຸດລົງຫຼາຍກວ່າ 6% ໃນໄລຍະເລີ່ມຕົ້ນການຊື້-ຂາຍໃນສັບປະດາໃໝ່.
ຂ່າວລະບຸວ່າ: ນັບມາຮອດເວລາ 18 ໂມງ 43 ນາທີ ຂອງວັນທີ 26 ກໍລະກົດ ຕາມເວລາພາກຕາເວັນອອກຂອງອາເມຣິກາ, ລາຄານ້ຳມັນດິບທາດເບົາທີ່ຊື້-ຂາຍລ່ວງໜ້າຢູ່ຕະຫຼາດຊື້-ຂາຍສິນຄ້ານິວຢອກໃນເດືອນກັນຍາປີນີ້ໄດ້ຫຼຸດລົງສູ່ລະດັບຕ່ຳສຸດທີ່ 83.10 ໂດລາຕໍ່ບາເຣວ, ຫຼຸດລົງ 6.21 ໂດລາ, ອັດຕາການຫຼຸດລົງແມ່ນ 6.95%. ລາຄານ້ຳມັນດິບ ເບຣນຂອງລອນດອນທີ່ຊື້-ຂາຍລ່ວງໜ້າໃນເດືອນກັນຍາປີນີ້ໄດ້ຫຼຸດລົງສູ່ລະດັບຕ່ຳສຸດທີ່ 89.58 ໂດລາຕໍ່ບາເຣວ, ຫຼຸດລົງ 7.2 ໂດລາ, ອັດຕາການຫຼຸດລົງແມ່ນ 7.44%. ຂະນະດຽວກັນ, ຄວາມກັງວົນໃນຕະຫຼາດທີ່ຜ່ອນຄາຍລົງໄດ້ຊຸກຍູ້ໃຫ້ດັດຊະນີຫຸ້ນນິວຢອກທີ່ຊື້-ຂາຍລ່ວງໜ້າເພີ່ມສູງຂຶ້ນຢ່າງຊັດເຈນ, ລາຄາຄຳ ແລະ ເງິນທີ່ຊື້-ຂາຍລ່ວງໜ້າໃນສາກົນກໍສູງຂຶ້ນຢ່າງຈະແຈ້ງ.

