Homeຂ່າວໜ້າໜຶ່ງຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມອຳລາ

ໃນວັນທີ 28 ກໍລະກົດ 2026 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ເມລານີ ລຸຍສ໌ ບາໂລ ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງ ທ່ານ ນາງ ເມລານີ ລຸຍສ໌ ບາໂລ ຊຶ່ງໄດ້ປະກອບ ສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄື ສົ່ງເສີມການຮ່ວມມືທາງດ້ານຕ່າງໆລະຫວ່າງ ລັດຖະບານ ກໍຄື ປະຊາຊົນ ຂອງສອງປະເທດ ລາວ-ອັງກິດ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີໃໝ່ ອັນມີກຽດຂອງທ່ານ.

ທ່ານ ນາງ ເມລານີ ລຸຍສ໌ ບາໂລ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ວຽງທອງ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄື ບັນດາການນຳພັກ, ລັດຂອງ ສປປ ລາວ, ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຊ່ວຍ ເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນຈົນ ໄດ້ຮັບຜົນສຳເລັດຢ່າງຈົບງາມ. ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ ສ້າງຕັ້ງສາຍພົວພັນການທູດ ຮ່ວມກັນແຕ່ວັນທີ 5 ກັນຍາ 1955.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments