Homeຂ່າວໜ້າໜຶ່ງສະຫລອງ ຄົບຮອບ 50 ປີ ການເປັນຄູ່ຮ່ວມມື ລາວ-ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ

ສະຫລອງ ຄົບຮອບ 50 ປີ ການເປັນຄູ່ຮ່ວມມື ລາວ-ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ

ພິທີສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງ ການເປັນຄູ່ຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ ພາຍໃຕ້ຄໍາຂວັນ “50 ປີ ແຫ່ງການເປັນຄູ່ຮ່ວມມື ເພື່ອປະຊາຊົນ, ສິດທິ ແລະ ສຸຂະພາບໃນ ສປປ ລາວ” ຈັດຂຶ້ນໃນວັນທີ 27 ກໍລະກົດ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາການນໍາຂັ້ນສູງ ຈາກບັນດາກະຊວງອ້ອມຂ້າງ, ຜູ້ຕາງໜ້າຈາກຂະແໜງການຂອງລັດ, ບັນດາເອກອັກຄະລັດຖະທູດ ປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.

ພິທີສະເຫລີມສະຫລອງດັ່ງກ່າວ, ຈັດຂຶ້ນເພື່ອຫວນຄືນການຮ່ວມມືອັນຍາວນານ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ UNFPA ຕະຫລອດໄລຍະ 5 ທົດສະວັດ ແຫ່ງການເປັນຄູ່ຮ່ວມມື ແລະ ສົ່ງເສີມການພັດທະນາໃນຂົງເຂດດ້ານສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກ, ການເສີມສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ, ຄວາມສະເໝີພາບ ຍິງ-ຊາຍ ແລະ ການພັດທະນາລະບົບຂໍ້ມູນດ້ານປະຊາກອນ ແລະ ການພັດທະນາແບບຍືນຍົງແຫ່ງຊາດ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດກ່າວເປີດພິທີ ໂດຍຍົກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນໃນໄລຍະຜ່ານມາ ໂດຍສະເພາະ ຜົນສຳເລັດດ້ານວຽກງານປະຊາກອນ, ສົ່ງ ເສີມການສຶກສາ ແລະ ປັບປຸງດ້ານສາທາລະນະສຸກ ເຊິ່ງລ້ວນແຕ່ເປັນການປະກອບສ່ວນຈັດຕັ້ງປະຕິ ບັດຕາມແຜນບຸລິມະສິດແຫ່ງຊາດ ເພື່ອການພັດທະນາຄູ່ຂະໜານກັບການຈັດຕັ້ງປະຕິບັດຕາມແຜນປະຕິບັດງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ແລະ ເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ໃນ ສປປ ລາວ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ຄຳໝາຍໝັ້ນໃນການບັນລຸຄາດໝາຍຮ່ວມກັນ ໂດຍສະເພາະ ສູ້ຊົນໃຫ້ສາມາດບັນລຸໄດ້ອັດຕາການເສຍຊີວິດຂອງແມ່ ຫລຸດລົງຕໍ່າກວ່າ 70 ກໍລະນີ ຕໍ່ການເກີດເດັກມີຊີວິດ 100.000 ຄົນ ພາຍໃນປີ 2030. ຄຽງຄູ່ກັນນີ້, ໃນໄລຍະທີ່ ສປປ ລາວ ພວມກ້າວເຂົ້າສູ່ບັ້ນສຳຄັນຂອງການຫັນປ່ຽນດ້ານປະ ຊາກອນ ຈຶ່ງຮຽກຮ້ອງໃຫ້ເອົາໃຈໃສ່ການພັດທະນາດ້ານການສຶກສາ, ສາທາລະນະສຸກ, ການພັດທະນາສີມືແຮງງານເພື່ອໂອກາດໃນການຈ້າງງານທີ່ມີຄຸນນະພາບ ແລະ ການເສີມສ້າງທັກສະໃຫ້ແກ່ໄວໜຸ່ມ ພ້ອມທັງໝູນໃຊ້ທ່າແຮງທາງດ້ານປະຊາກອນ ໃນການກ້າວໄປສູ່ເປົ້າໝາຍການພັດທະນາ ແລະ ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026.

ພ້ອມກັນນີ້, ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນ ໂດຍເນັ້ນເຖິງຄວາມສໍາຄັນຂອງການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ ຊຶ່ງອົງການ UNFPA ໄດ້ປະກອບສ່ວນຊ່ວຍເຫລືອ ສປປ ລາວ ເປັນຕົ້ນ ການປັບປຸງນະໂຍບາຍ ແລະ ກົນໄກການປະສານງານ, ການເຊື່ອມສານການປ່ຽນແປງທາງດ້ານປະຊາກອນ ກໍຄື ການຮວບຮວມຂໍ້ມູນສໍາມະໂນຄົວ ແລະ ທີ່ຢູ່ອາໄສແບບດີຈິຕອນເຕັມຮູບແບບ ຊຶ່ງເປັນຂໍ້ມູນສໍາຄັນໃນການກໍານົດນະໂຍບາຍ, ການຈັດສັນຊັບພະຍາກອນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 ເພື່ອຮັບປະກັນວ່າທຸກຄົນສາມາດກ້າວໄປພ້ອມກັນ.

ພິທີສະເຫລີມສະຫລອງວັນສໍາຄັນນີ້, ບໍ່ແມ່ນພຽງແຕ່ການຫວນຄືນຜົນສໍາເລັດໃນອະດີດເທົ່ານັ້ນ ແຕ່ຍັງແມ່ນການກຳນົດເປົ້າໝາຍຮ່ວມກັນ ເພື່ອສຸມໃສ່ແຜນງານທີ່ຍັງບໍ່ທັນບັນລຸໄດ້ ເເລະ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ທັງເປັນຄູ່ຮ່ວມງານເພື່ອອະນາຄົດ ຢ່າງຮອບດ້ານ ແລະ ຍືນຍົງໃນຊຸມປີຕໍ່ໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments