ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ອາເລັກຊານເດີ ໂນວັດ (Alexander Novak) ຮອງນາຍົກລັດຖະມົນຕີຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ຈະຂະຫຍາຍເວລາຫ້າມສົ່ງອອກນ້ຳມັນ ແອັດຊັງຈົນເຖິງທ້າຍປີ 2026 ເພື່ອຮັກສາສະຖຽນລະພາບ ຂອງປະລິມານເຊື້ອໄຟພາຍໃນປະເທດ.
ການຕັດສິນໃຈດັ່ງກ່າວໄດ້ເກີດຂຶ້ນໃນກອງປະຊຸມປະຕິບັດການ ຂອງລັດຖະບານ ໂດຍຈະມີຜົນບັງຄັບໃຊ້ລວມທັງກຸ່ມຜູ້ຜະລິດ ແລະ ກຸ່ມທີ່ບໍ່ແມ່ນຜູ້ຜະລິດນ້ຳມັນແອັດຊັງ. ສ່ວນນ້ຳມັນກາຊວນນັ້ນ ລະບຸວ່າລັດຖະບານຣັດເຊຍ ຈະຍົກເລີກມາດຕະການຫ້າມສົ່ງອອກນ້ຳມັນກາຊວນ ເມື່ອຕະຫລາດພາຍໃນປະເທດກັບຄືນສູ່ພາວະປົກກະຕິ ເພື່ອໃຫ້ໂຮງກັ່ນນ້ຳມັນສາມາດຫລີກລ້ຽງພາວະອຸປະທານລົ້ນຕະຫລາດ ແລະ ບໍ່ຈຳເປັນຕ້ອງຫລຸດກຳລັງການກັ່ນລົງ.

