Homeຂ່າວຕ່າງປະເທດຍີ່ປຸ່ນ ກວດພົບແຮ່ຫາຍາກ ຫລາຍຊະນິດ ໃຕ້ມະຫາສະໝຸດປາຊິຟິກ

ຍີ່ປຸ່ນ ກວດພົບແຮ່ຫາຍາກ ຫລາຍຊະນິດ ໃຕ້ມະຫາສະໝຸດປາຊິຟິກ

ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ຍີ່ປຸ່ນ ເປີດເຜີຍວ່າ: ໂຄງການສຳຫລວດແຮ່ທາດ ສຳຄັນຈາກແຫລ່ງໃຕ້ທະເລເລິກແຄມຊາຍຝັ່ງເກາະມິນາມິໂທຣິ ຢູ່ມະຫາສະໝຸດປາຊິຟິກ ໄດ້ຄົ້ນພົບແຮ່ຫາຍາກຊະນິດປານກາງ ແລະ ຫລາຍປະເພດ ເຊິ່ງເປັນວັດຖຸດິບສຳຄັນໃນການຜະລິດສິນຄ້າເຕັກໂນໂລຊີຂັ້ນສູງ.

ສຳນັກງານວິທະຍາສາດ ແລະ ເຕັກໂນໂລຊີທາງທະເລ-ທໍລະນີແຫ່ງຍີ່ປຸ່ນ ເປີດເຜີຍວ່າ: ຜົນການວິເຄາະຕົວຢ່າງຂີ້ຕົມໃຕ້ທະເລກວດພົບວ່າແຮ່ຫາຍາກຊະນິດປານກາງ ແລະ ຊະນິດໜັກ ເຊັ່ນ: ອິດເຕຣຽມ; ແກໂດລິນຽມ ແລະ ດິສໂປຣຊຽມ ກວມເອົາອັດຕາສ່ວນປະມານ 54% ຂອງແຮ່ຫາຍາກທັງໝົດ ທີ່ສະກັດໄດ້ າກຕົວຢ່າງຂີ້ຕົມ, ໃນຂະນະທີ່ແຮ່ຫາຍາກຊະນິດເບົາ ເຊັ່ນ: ນີໂອໄດມຽມ ມີອັດຕາສ່ວນ 46%. ເຖິງຢ່າງໃດກໍຕາມ, ບໍ່ມີການເປີດເຜີຍປະລິມານແຮ່ຫາຍາກທັງໝົດ ທີ່ເກັບໄດ້ຈາກຕົວຢ່າງຂີ້ຕົມດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments