Homeຂ່າວໜ້າໜຶ່ງສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ

ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ຜ່ານແຜນບີຄວາ ໄດ້ສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ໂດຍຈັດພິທີເພື່ອສະເຫລີມສະຫລອງ ແລະ ກິດຈະກຳຝຶກອົບຮົມ ທີ່ນະຄອນຫລວງວຽງຈັນ ໃນວັນທີ 27 ຫາ 28 ກໍລະກົດ 2026.

ງານດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ມີຜູ້ເຂົ້າຮ່ວມຈາກເຊັ່ນ: ຄະນະກົມກະຊວງສຶກສາທິການ ແລະ ກິລາ, ສະມາຊິກສະຫະພັນແມ່ຍິງລາວ, ອົງການຈັດຕັ້ງມະຫາຊົນ, ຜູ້ອຳນວຍການສຳນັກຂ່າວ ແລະ ສື່ມວນຊົນ.

ທ່ານ ນາງ ດາລາວອນ ໄດ້ຍົກໃຫ້ເຫັນເຖິງຄວາມ ສຳຄັນຂອງການຮ່ວມມື ເພື່ອສົ່ງເສີມຄວາມສະ ເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກຄື: “ງານໃນມື້ນີ້ ຍັງເປັນວາລະ ເພື່ອຢ້ຳເຖິງຄວາມສຳຄັນຂອງ ວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງເດັກ ແມ່ນຄວາມຮັບຜິດຊອບຂອງທຸກຄົນ.

ສິ່ງດັ່ງກ່າວ ເປັນສ່ວນໜຶ່ງຂອງການປະຕິບັດປະຈຳວັນໃນໂຮງຮຽນ, ໃນສະຖາບັນ ແລະ ໃນວິທີ ທີ່ພວກເຮົາເຮັດວຽກຮ່ວມກັນເພື່ອອະນາຄົດຂອງເດັກທຸກຄົນ. ການຮ່ວມມືນີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງກະຊວງສຶກສາທິການ ແລະ ກິລາ ໃນການຫັນນະໂຍບາຍ ໄປສູ່ການຈັດຕັ້ງປະຕິບັດ ຍ້ອນການມີເຄື່ອງມືທີ່ໃຊ້ໄດ້ຈິງ, ການຮ່ວມມືທີ່ເຂັ້ມແຂງ ແລະ ຄວາມຮັບຮູ້ຂອງຄົນໃນສັງຄົມທີ່ເພີ່ມຂຶ້ນ.

ຂະນະທີ່ ທ່ານ ນາງ ເບັນນິຕາ ຊຳເມີວິວ ກໍໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈ ທີ່ໄດ້ຢືນຢູ່ຄຽງຂ້າງກະຊວງສຶກສາທິການ ແລະ ກິລາ ໃນການສະໜັບສະໜູນວຽກງານການປົກປ້ອງເດັກ, ຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ. ສິ່ງທີ່ເຮັດໃຫ້ການຮ່ວມມືນີ້ມີຄຸນຄ່າຫລາຍ ບໍ່ແມ່ນພຽງແຕ່ໄລຍະເວລາການຮ່ວມມື ທີ່ມີມາຍາວນານ, ແຕ່ຍ້ອນຄວາມສາມາດຫັນປ່ຽນໃຫ້ໂຮງຮຽນ ແລະ ຊຸມ ຊົນເຫັນໄດ້ເຖິງຄຸນຄ່າທີ່ສຳຄັນຂອງວຽກງານທີ່ໄດ້ຮ່ວມມືກັນພັດທະນາ”.

ນອກຈາກນີ້ ທີມງານສື່ມວນຊົນຈາກຂັ້ນສູນກາງ ແລະ ທ້ອງຖິ່ນຂອງກະຊວງສຶກສາທິການ ແລະ ກິລາ, ພ້ອມກັບນັກຂ່າວຈາກຫລາຍພາກສ່ວນ,ໄດ້ເຂົ້າຮ່ວມການຝຶກອົບຮົມເພື່ອເສີມສ້າງຄວາມເຂົ້າໃຈຂອງກ່ຽວກັບການລາຍງານຂ່າວທີ່ມີຄວາມຮັບຜິດຊອບສູງ, ການປົກປ້ອງເດັກ, ການຖ່າຍຮູບ ແລະ ການຖ່າຍວິດີໂອເດັກຢ່າງປອດໄພ ລວມເຖິງການສື່ສານທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ. ການຝຶກອົບຮົມ ຍັງໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງສື່ມວນຊົນ ທີ່ມີອິດທິພົນຕໍ່ການປ່ຽນແປງພຶດຕິກຳ ແລະ ໃນການເຜີຍແຜ່ຂໍ້ຄວາມທີ່ວ່າໂຮງຮຽນທີ່ປອດໄພ ແມ່ນສິ່ງຈຳເປັນເພື່ອຊຸກຍູ້ສະຫວັດດີພາບ, ການມີສ່ວນຮ່ວມ, ການເຂົ້າຮຽນເປັນປະຈຳ ແລະ ການຮຽນຮູ້ຂອງເດັກ. ການຝຶກອົບຮົມຈະດຳເນີນໂດຍຄູຝຶກດ້ານວຽກງານຄວາມສະເໝິພາບຍິງ-ຊາຍ, ພະແນກຄວາມກ້າວໜ້າຂອງແມ່ຍິງ ແລະ ຈາກມະຫາວິທະຍາໄລແຫ່ງຊາດ.

#ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງໃນຂະແໜງການສຶກສາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments