Homeຂ່າວຕ່າງປະເທດຈີນ ສຳເລັດການຍິງສົ່ງດາວທຽມ 5 ດວງ

ຈີນ ສຳເລັດການຍິງສົ່ງດາວທຽມ 5 ດວງ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວ​ລາ 7 ໂມງ 33 ນາ​ທີ​ຂອງວັນ​ທີ 24 ກໍ​ລະ​ກົດ 2026 ຕາມ​ເວ​ລາ​ປັກ​ກິ່ງ​ຢູ່​ເຂດ​ທົດ​ລອງ​ການ​ປະ​ດິດ​ສ້າງ​ການ​ບິນ​ອະ​ວະ​ກາດ​ການ​ຄ້າ​ຕົ່ງ​ເຟີ່ງ ຈີນ​ໄດ້​ນຳ​ໃຊ້​ຈະ​ຫຼວດ​ສົ່ງ​ຍານ​ລີ້​ຈ້ຽນ 1 -Y15, ​ຍິງ​ສົ່ງ​ດາວ​ທຽມ​ຈຳ​ນວນ 5 ດວງ​ຂຶ້ນ​ສູ່​ອະ​ວະ​ກາດ​ດ້ວຍ​ຜົນ​ສຳ​ເລັດ. ດາວ​ທຽມ​ທັງ 5 ລວມ​ມີ: ທ່ຽນ​ຢີ 48, ກ່ານ​ເຕີ 1-01, ຊີ່ກວ່າງ 2-03, ຈີ​​ທ່ຽນ​ຊິ່ງ A-04 ແລະ ​ຢີ້ງ​ໂລງ​ເຟີ່ງກວ່າງ 1. ດາວ​ທຽມ​ທັງ​ໝົດ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້​ຢ່າງ​ສະ​ດວກ, ເຮັດ​ໃຫ້ການ​ຍິງ​ສົ່ງ​ດາວ​ທຽມຄັ້ງ​ນີ້​​ສຳ​ເລັດ​ຜົນ​ຢ່າງຈົບ​ງາມ. ນີ້ແມ່ນການປະ​ຕິ​ບັດ​ພາ​ລະ​ກິດຄັ້ງທີ 15 ຂອງຈະຫຼວດສົ່ງຍານລີ້ຈ້ຽນ 1.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments