Homeຂ່າວການເມືອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ປານາມາ ພົບປະສອງຝ່າຍ

ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ປານາມາ ພົບປະສອງຝ່າຍ

ໃນວັນທີ 24 ກໍລະກົດນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຈາເວຍ ເອດົວໂດ ມາຕິເນສ-ອາຊາ ວາສເກດ (Javier Eduardo Martínez-Acha Vásquez) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປານາມາ, ໃນໂອກາດເຂົ້າຮ່ວມກອງປະຊຸມປິ່ນອ້ອມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ທີ່ ນະຄອນຫຼວງມານິລາ ສາທາລະນະລັດ ຟິລິບປິນ.

ການພົບປະໄດ້ດຳເນີນໄປໃນບັນຍາກາດອັນອົບອຸ່ນ, ເປັນກັນເອງ ແລະ ເຕັມໄປດ້ວຍຄວາມໄວ້ເນື້ອເຊື່ອໃຈ ຊຶ່ງສະທ້ອນໃຫ້ເຫັນເຖິງເຈດຈໍານົງອັນດີງາມໃນການສົ່ງເສີມສາຍພົວພັນຮ່ວມມື ລະຫວ່າງ ສອງພູມິພາກ. ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 9 ກັນຍາ 2021 ເປັນຕົ້ນມາ, ພິເສດ ໃນປີ 2026 ນີ້ ແມ່ນຄົບຮອບ 5 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ.

ໃນການພົບປະ, ທັງສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ແຜນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ຕົກລົງທີ່ຈະຂະຫຍາຍການຮ່ວມມືທາງດ້ານເສດຖະກິດ-ການຄ້າ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍການສ້າງກົນໄກການຕິດຕໍ່ປະສານງານໂດຍກົງ ເພື່ອໃຫ້ການດໍາເນີນງານມີປະສິດທິພາບ. ພ້ອມດຽວກັນນີ້, ທັງສອງຝ່າຍ ຍັງໄດ້ຕົກລົງທີ່ຈະສືບຕໍ່ປຶກສາຫາລືກັນຢ່າງປະຈຳ ເພື່ອຊຸກຍູ້ການຮ່ວມມືໃນໄລຍະຍາວໃຫ້ມີຜົນເປັນຮູບປະທໍາ.

(ຂ່າວ: ກຕທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments