Homeຂ່າວພາຍໃນລົງນາມຮ່ວມມື ສ້າງຕັ້ງ ບໍລິສັດ ລັດວິສາຫະກິດ ກວດສອບມາດຕະຖານ ແລະ ຢັ້ງຢືນຄຸນນະພາບສິນຄ້າ ຈຳກັດ

ລົງນາມຮ່ວມມື ສ້າງຕັ້ງ ບໍລິສັດ ລັດວິສາຫະກິດ ກວດສອບມາດຕະຖານ ແລະ ຢັ້ງຢືນຄຸນນະພາບສິນຄ້າ ຈຳກັດ

ພິທີເຊັນສັນຍາຮ່ວມທຶນສ້າງຕັ້ງ ບໍລິສັດ ລັດວິສາຫະກິດ ກວດສອບມາດຕະຖານ ແລະ ຢັ້ງຢືນຄຸນນະພາບສິນຄ້າ ຈຳກັດ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ບໍລິສັດ ລາວສະແຕນດາດ ຄອນໂທຣ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ; ຮ່ວມລົງນາມໃນສັນຍາຄັ້ງນີ້: ຕາງໜ້າ ກະຊວງ ອຄ ໂດຍແມ່ນ ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າກົມມາດຕະຖານ ແລະ ວັດແທກ ແລະ ຕາງໜ້າບໍລິສັດ ໂດຍແມ່ນ ທ່ານ ອຸທັນ ໄຕລິດທິ ຜູ້ອຳນວຍການ ບໍລິສັດ ລາວສະແຕນດາດ ຄອນໂທຣ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການລົງນາມຮ່ວມມືໃນຄັ້ງນີ້: ເພື່ອເສີມສ້າງພື້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ ແລະ ຍົກລະດັບວຽກງານກວດສອບມາດຕະຖານ ແລະ ຢັ້ງຢືນຄຸນນະພາບສິນຄ້າ ຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສອດຄ່ອງກັບມາດຕະຖານສາກົນ ເພື່ອສະໜັບສະໜູນການປະຕິບັດວຽກງານວິຊາສະເພາະຂອງລັດຖະບານ, ວຽກງານກວດສອບມາດຕະຖານ ແລະ ຢັ້ງຢືນຄຸນນະພາບສິນຄ້າ ແມ່ນກົນໄກອັນສຳຄັນ ແລະ ຈຳເປັນຢ່າງຍິ່ງໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ຮັບປະກັນຄວາມປອດໄພ ຂອງສັງຄົມ ແລະ ສ້າງຄວາມເຊື່ອໝັ້ນຕໍ່ຜະລິດຕະພັນ-ສິນຄ້າ ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍຢູ່ໃນທ້ອງຕະຫຼາດ ຊຶ່ງການຮ່ວມທຶນຄັ້ງນີ້ ສະທ້ອນໃຫ້ເຫັນຄວາມສໍາພັນອັນດີ ລະຫວ່າງ ລັດຖະບານ ກັບ ບໍລິສັດຂອງນັກທຸລະກິດຄົນລາວ ທີ່ດຳເນີນທຸລະກິດດ້ານການຄົ້ນຄວ້າ, ວິໄຈ ແລະ ຫ້ອງທົດລອງ, ທັງເປັນບາດກ້າວສໍາຄັນໃນການພັດທະນາເຕັກໂນໂລຊີ ໂດຍສະເພາະການພັດທະນາເຄື່ອງມື, ລະບົບເຕັກນິກ ແລະ ຫ້ອງທົດລອງໃຫ້ທັນສະໄໝ ໄດ້ຮັບການຮັບຮອງຕາມມາດຕະຖານພາກພື້ນ ແລະ ສາກົນ.

ການເຊັນສັນຍາຮ່ວມທຶນຄັ້ງນີ້ ຈະເປັນພື້ນຖານອັນໜັກແໜ້ນໃນການຮ່ວມມື ເພື່ອຮັບປະກັນວ່າສິນຄ້າທີ່ນຳເຂົ້າ ແລະ ຈຳໜ່າຍໃນທ້ອງຕະຫຼາດ ມີຄວາມປອດໄພ, ສ້າງປະສິດທິພາບໃນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ຫຼຸດຜ່ອນການຮົ່ວໄຫຼ, ເພີ່ມມູນຄ່າ ແລະ ຂະຫຍາຍໂອກາດການແຂ່ງຂັນຂອງສິນຄ້າລາວອອກສູ່ເວທີສາກົນ, ຮູບແບບການຮ່ວມທຶນ ເປັນການຮ່ວມທຶນ ລະຫວ່າງ ລັດຖະບານ ແລະ ບໍລິສັດເອກະຊົນ ໂດຍຝ່າຍລັດຖະບານ ຖືຮຸ້ນ 51% ແລະ ຝ່າຍບໍລິສັດເອກະຊົນ ຖືຮຸ້ນ 49%.

(ແຫຼ່ງຂ່າວ: ກະຊວງ ອຄ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments