ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 24 ກໍລະກົດ ຜ່ານມາ, ສະພາກຳມະການລາງວັນສັນຕິພາບສາກົນ Lev N. Tolstoy ໄດ້ປະກາດຂໍ້ຕົກລົງມອບລາງວັນສັນຕິພາບສາກົນ Lev N. Tolstoy ປີ 2026 ໃຫ້ແກ່ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ, ແນໃສ່ຮັບຮູ້ບັນດາການປະກອບສ່ວນອັນຍິ່ງໃຫຍ່ຂອງການນຳຂັ້ນສູງ ຫວຽດນາມ ໃນການປັບປຸງສັນຕິພາບ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາຊົນຊາດ. ລາງວັນສັນຕິພາບສາກົນ Lev N. Tolstoy ແມ່ນໜຶ່ງໃນບັນດາລາງວັນອັນສູງສົ່ງລະດັບສາກົນ ໂດຍ ຣັດເຊຍ ລິເລີ່ມ ແນໃສ່ເຊີດຊູບຸກຄົນ ແລະ ອົງການຈັດຕັ້ງທີ່ມີການປະກອບສ່ວນຢ່າງພົ້ນເດັ່ນໃຫ້ແກ່ພາລະກິດປົກປັກຮັກສາສັນຕິພາບ, ຊຸກຍູ້ການສົນທະນາ, ການຮ່ວມມື ແລະ ຄວາມເຂົ້າໃຈຊຶ່ງກັນ ແລະ ກັນລະຫວ່າງບັນດາຊົນຊາດ. ສະພາກຳມະການປີນີ້ ລວມມີນັກການເມືອງ, ນັກຮຽນຮູ້ຜູ້ມີຄວາມໄວ້ວາງໃຈຫຼາຍທ່ານທີ່ມາຈາກຫຼາຍພາກພື້ນໃນໂລກເຊັ່ນ: ຣັດເຊຍ, ຝຣັ່ງ, ຈີນ, ຍີ່ປຸ່ນ, ອິນເດຍ, ອາຟຣິກາໃຕ້, ອາກຊັງຕິນ ແລະ ເບລາຣຸດ.
ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ໄດ້ຮັບລາງວັນສັນຕິພາບສາກົນ Lev N. Tolstoy ປີ 2026
RELATED ARTICLES

