Homeຂ່າວການເມືອງກອງປະຊຸມແບ່ງຄວາມຮັບຜິດຊອບຂອງກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມແບ່ງຄວາມຮັບຜິດຊອບຂອງກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ໃນວັນທີ 24 ກໍລະກົດ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມການແບ່ງຄວາມຮັບຜິດຊອບຂອງກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ປະຈຳປີ 2026. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ມີບັນດາທ່ານມາຈາກ ອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ສານປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ ເຂົ້າຮ່ວມ.

ໃນວາລະກອງປະຊຸມ, ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ຮອງຫົວໜ້າກອງເລຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ລາຍງານ ກ່ຽວກັບການສົ່ງເອກະສານສະເໜີຂໍໃຫ້ອະໄພຍະໂທດ ໃຫ້ແກ່ນັກໂທດ ປະຈຳປິ 2026 ຂອງບັນດາຄະນະກໍາມະການອະໄພຍະໂທດ ຂັ້ນກະຊວງ, ນະຄອນຫຼວງ ແລະ ແຂວງ ເພື່ອຄົ້ນຄວ້າພິຈາລະນາຄັດເລືອກເອົານັກໂທດຜູ້ທີ່ມີເງື່ອນໄຂຄົບຖ້ວນ ເພື່ອນຳສະເໜີຕໍ່ຄະນະກຳມະການອະໄພຍະໂທດ ລະດັບຊາດ ພິຈາລະນາ, ນອກຈາກນີ້, ທ່ານ ນາງ ເພັດພູວອນ ແສນສີ ຮອງຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ກອງເລຂາປະຈໍາປີ 2026 ຂອງຄະນະກໍາມະການອະໄພຍະໂທດ ລະດັບຊາດ ສະບັບເລກທີ 48/ຄອຊ, ລົງວັນທີ 9 ມິຖຸນາ 2026 ແລະ ຂໍ້ຕົກລົງ ຂອງກອງເລຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ການຄົ້ນຄວ້າບັນຊີລາຍຊື່ການສະເໜີອະໄພຍະໂທດ ປະຈໍາປີ 2026 ສະບັບເລກທີ 52/ກລຂ, ລົງວັນທີ 2 ກໍລະກົດ 2026.

ໃນຕອນທ້າຍ, ປະທານກອງປະຊຸມໄດ້ຮຽກຮ້ອງ ມາຍັງບັນດາທ່ານໃນກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ຈົ່ງສືບຕໍ່ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ວຽກງານອະໄພຍະໂທດ ປະຈໍາປີ 2026 ມີຄວາມໂປ່ງໃສ, ມີຍຸຕິທໍາ ແລະ ທັນຕາມກໍານົດເວລາ ເພື່ອເປັນການໂຄສະນາສຶກສາອົບຮົມທຸກຊັ້ນຄົນໃນທົ່ວສັງຄົມເຫັນໄດ້ແນວທາງມະນຸດສະທໍາຂອງພັກ-ລັດຖະບານ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ເຂົາເຈົ້າມີໂອກາດປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຂ່າວ: ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments