Homeຂ່າວຕ່າງປະເທດຮ່ອງ​ຮອຍ​ເຄື່ອງ​ປັ້ນ​ດິນ​ເຜົາ​ຫັດ​ຖະ​ກຳຈິງ​ເຕີ​ເຈິ້ນ ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ

ຮ່ອງ​ຮອຍ​ເຄື່ອງ​ປັ້ນ​ດິນ​ເຜົາ​ຫັດ​ຖະ​ກຳຈິງ​ເຕີ​ເຈິ້ນ ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 25 ກໍ​ລະ​ກົດ ຜ່ານມາ, ໃນ​ກອງ​ປະ​ຊຸມ​ໃຫຍ່​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 48 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນບູ​ຊານ​ຂອງ ສ ເກົາຫຼີ, ຮອງ​ຮອຍ​ເຄື່ອງ​ປັ້ນ​ດິນ​ເຜົາ​ຫັດ​ຖະ​ກຳຈິງ​ເຕີ​ເຈິ້ນ​ຂອງ​ຈີນ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ ຂອງ​ອົງ​ການ​ອຸຍ​ເນັດ​ສະ​ໂກ​ ສະ​ຫະ​ປະ​ຊາ​ຊາດ​ ຢ່າງ​ເປັນ​ທາງ​ການ, ຮ່ອງ​ຮອຍ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ​ມໍ​ລະ​ດົກ​ໂລກ​ລາຍ​ການ​ທີ 61 ຂອງ​ຈີນ. ນີ້​ແມ່ນ​ຈີນ​ສະ​ເໜີ​ເອົາ​ຮ່ອງ​ຮອຍ​ອຸດ​ສາ​ຫະ​ກຳ​​ເຂົ້າ​ເປັນ​ມໍ​ລະ​ດົກ​ໂລກເປັນ​ຄັ້ງ​ທຳ​ອິດ ຊຶ່ງ​ໄດ້ເຕີມ​ເຕັມ​ຊ່ອງ​ຫວ່າງມໍ​ລະ​ດົກ​ໃນ​ຫົວ​ຂໍ້ “ເຄື່ອງ​ປັ້ນ​ດິນ​ເຜົາ” ໃນ “ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ” ຂອງ​ອົງ​ການ​ອຸຍ​ເນັດ​ສະ​ໂກ ​ເຮັດ​ໃຫ້​ເຄື່ອງ​ປັ້ນ​ດິນ​ເຜົາ, ​ຜ້າ​ໄໝ ແລະ ຊາ ​ຢ່າງ​ຄົບ​ຖ້ວນ​ທີ່ເປັນ​ສື່​ກາງວັດ​ທະ​ນະ​ທຳ​ໃຫຍ່ 3 ​ຢ່າງ​ໃນ​ການ​ໄປ​ມາ​ຫາ​ສູ່​ດ້ານ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ຈີນ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ.

ເມືອງ​ຈິງ​ເຕີ​ເຈິ້ນ ​ຕັ້ງ​ຢູ່​ແຂວງ​ຈ່ຽງ​ຊີ​ຂອງ​ຈີນ ແລະ ຖືກ​ເອີ້ນ​ວ່າ​ເປັນ “​ເມືອງແຫ່ງ​ເຄື່ອງ​ປັ້ນ​ດິນ​ເຜົາ”. ຮ່ອງ​ຮອຍ​ເຄື່ອງ​ປັ້ນ​ດິນ​ເຜົາ​ຫັດ​ຖະ​ກຳຈິງ​ເຕີ​ເຈິ້ນ ທີ່​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ຄັ້ງ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຂະ​ບວນ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ເຕັກ​ໂນ​ໂລ​ຊີ​ເຄື່ອງ​ປັ້ນ​ດິນ​ເຜົາ​ຫັດ​ຖະ​ກຳ, ສິ​ລະ​ປະ​ເຄື່ອງ​ປັ້ນ​ດິນ​ເຜົາ ແລະ ການ​ພັດ​ທະ​ນາ​ຂອງ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ຂອງ​ຈີນ ພ້ອມ​ທັງ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​​ຂະ​ບວນ​ວິ​ວັດ​ປະ​ຫວັດ​ສາດ​ທີ່ອຸດ​ສາ​ຫະ​ກຳ​ເຄື່ອງ​ປັ້ນ​ດິນ​ເຜົາ​ຫັດ​ຖະ​ກຳ​ຈີນ​ຊຸກ​ຍູ້ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ເຄື່ອງ​ປັ້ນ​ດິນ​ເຜົາ​ໂລກ, ການແລກ​ປ່ຽນ ແລະ ຮຽນ​ຮູ້​ຊຶ່ງ​ກັນ ​ແລະ ​ກັນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ຕ່າງໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments