ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ພົບປະໂອ້ລົມກັບຄະນະພັກ, ອົງການປົກຄອງເມືອງໂຂງ, ຄະນະກຳມະການປົກຄອງຕາແສງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນ ຢູ່ຕາແສງກະດັນ ເມືອງໂຂງ ແຂວງຈຳປາສັກ ໃນວັນທີ 25 ກໍລະກົດ ນີ້. ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງບົດລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການເຄື່ອນໄຫວວຽກງານບໍລິການຂອງຕາແສງກະດັນ. ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ເປັນຕົ້ນແມ່ນ: ການຮັກສາໄດ້ຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ, ການຊຸກຍູ້ການຜະລິດກະສິກຳ, ການເກັບລາຍຮັບ, ການຂະຫຍາຍພື້ນຖານໂຄງລ່າງ, ໄຟຟ້າ, ການສຶກສາ, ສາທາລະນະສຸກ ແລະ ການທ່ອງທ່ຽວ.


ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາບາງວຽກງານຈຸດສຸມ ເພື່ອສືບຕໍ່ພັດທະນາຕາແສງກະດັນໃຫ້ເຂັ້ມແຂງດັ່ງນີ້: ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ສ້າງຄວາມສາມັກຄີທົ່ວປວງຊົນ ແລະ ເພີ່ມສະຕິລະວັງຕົວຕໍ່ກົນອຸບາຍເພີ່ມທະວີການທຳລາຍຄວາມສະຫງົບພາຍໃນ; ຮັກສາຄວາມສະຫງົບຕາມບໍລິເວນຊາຍແດນ, ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ສະກັດກັ້ນປະກົດການຫຍໍ້ທໍ້ ແລະ ເຂັ້ມງວດສະກັດກັ້ນການລັກລອບຕັດໄມ້-ທໍາລາຍປ່າ ແລະ ຂຸດຄົ້ນແຮ່ທາດທີ່ຜິດກົດໝາຍ; ສົ່ງເສີມການຜະລິດກະສິກຳ-ລ້ຽງສັດ ເພື່ອເປັນສິນຄ້າຕາມທິດ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ), ສ້າງຄອບຄົວ-ກຸ່ມຕົວແບບ, ສືບຕໍ່ແກ້ໄຂຄວາມທຸກ ຍາກ, ປັບປຸງກອງທຶນພັດທະນາບ້ານ, ຈັດສັນເຂດທີ່ຢູ່ອາໄສ-ຜະລິດ ແລະ ຍົກລະດັບການບໍລິການທ່ອງທ່ຽວຜູກພັນກັບຜະລິດຕະພັນ ODOP; ແກ້ໄຂບັນຫາເດັກປະລະການຮຽນ ແລະ ຈັດສັນຄູສອນໃຫ້ພຽງພໍ; ຍົກລະດັບການບໍລິການຢູ່ສຸກສາລາ-ໂຮງໝໍ, ປະຕິບັດ 11 ຕົວຊີ້ວັດ ແລະ ສັກຢາວັກຊິນ; ຕິດຕາມການຜັນແປຂອງນໍ້າຂອງ ແລະ ກະກຽມຄວາມພ້ອມຊ່ວຍເຫຼືອປະຊາຊົນຫາກເກີດອຸທົກກະໄພ; ປັບປຸງລະບົບໂທລະໂຄ່ງປະຈຳຕາແສງ ແລະ ບ້ານ ເພື່ອແຈ້ງຂ່າວສານຢ່າງທົ່ວເຖິງ; ປັບປຸງກົນໄກບໍລິຫານລັດຜ່ານລະບົບປະຕູດຽວ (One-Stop Service) ແລະ ຝຶກອົບຮົມຍົກລະດັບຄວາມຮູ້-ຄວາມສາມາດໃຫ້ບຸກຄະລາກອນຂັ້ນຕາແສງ ແລະ ບ້ານ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນຊາວເມືອງໂຂງ ກໍຄືຕາແສງກະດັນ ຈະສາມາດຂ້າມຜ່ານຄວາມຫຍຸ້ງຍາກ, ສ້າງຕາແສງກະດັນໃຫ້ກາຍເປັນທ້ອງຖິ່ນທີ່ໝັ້ນຄົງ, ຮັ່ງມີ ແລະ ປະຊາຊົນມີຄວາມຢູ່ດີກິນດີ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ

