Homeຂ່າວພາຍໃນສປປ ລາວ ຈັດສຳມະນາ “Web2 ສູ່ Web3” ຄັ້ງທີ 2 ພ້ອມປະກາດເຊັນ MOA ຈັດງານ Lao...

ສປປ ລາວ ຈັດສຳມະນາ “Web2 ສູ່ Web3” ຄັ້ງທີ 2 ພ້ອມປະກາດເຊັນ MOA ຈັດງານ Lao Blockchain Festival 2027

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໂດຍກົມເຕັກໂນໂລຊີດີຈີຕອນ ຮ່ວມມືກັບ ບໍລິສັດ Real World Asset Inc (RWA) ປະເທດ ສ ເກົາຫຼີ, ໄດ້ຈັດງານສຳມະນາພາຍໃຕ້ຫົວຂໍ້ “ໂອກາດແຫ່ງອະນາຄົດ: ການປ່ຽນຜ່ານຈາກ Web2 ສູ່ Web3 (Seize the Future: Web2 to Web3 Transformation 2nd)” ຄັ້ງທີ 2 ຢ່າງເປັນທາງການ, ໃນວັນທີ 24 ກໍລະກົດຜ່ານມານີ້ ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການ Startups ຢ່າງພ້ອມພຽງ.

ງານສຳມະນາໃນຄັ້ງນີ້ ເປັນການສືບຕໍ່ຜັນຂະຫຍາຍຄວາມສຳເລັດຈາກຄັ້ງທີ 1 (ເດືອນເມສາ 2026) ໂດຍມຸ່ງເນັ້ນການຍົກລະດັບຈາກ “ຄວາມຮູ້” ໄປສູ່ “ການລົງມືຈັດຕັ້ງປະຕິບັດຕົວຈິງ” ແລະ ການສ້າງລະບົບນິເວດດີຈີຕອນ (Ecosystem) ທີ່ເຂັ້ມແຂງ ຜ່ານ 3 ເປົ້າໝາຍຫຼັກຄື: ການລົງເລິກການໃຊ້ໂຄງລ່າງ Blockchain ຜ່ານ Xphere Mainnet, ການແບ່ງປັນຕົວແບບຄວາມສຳເລັດ (Use Cases) ເຊັ່ນ: ລະບົບ Okardcare ແລະ Bitqik, ພ້ອມທັງການເປີດໂອກາດເຂົ້າເຖິງແຫຼ່ງທຶນສາກົນຈາກ RWA Co., Ltd.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ຍັງໄດ້ຝາກທິດຊີ້ນໍາໃຫ້ຜູ້ປະກອບການລາວ ຈົ່ງຍົກສູງຄວາມເອົາໃຈໃສ່ຖອດຖອນບົດຮຽນ, ປ່ຽນຈາກ “ຜູ້ບໍລິໂພກ” ເຕັກໂນໂລຊີ ມາເປັນ “ຜູ້ສ້າງ” ນະວັດຕະກຳ ແລະ ສ້າງເຄືອຂ່າຍພັນທະມິດເພື່ອຂະຫຍາຍໂຕສູ່ຕະຫຼາດພາກພື້ນ. ໂດຍກົມເຕັກໂນໂລຊີດີຈີຕອນ ພ້ອມທີ່ຈະເປັນຜູ້ຊຸກຍູ້, ປັບປຸງສະພາບແວດລ້ອມ ດ້ານນິຕິກຳ ແລະ ໂຄງລ່າງພື້ນຖານໃຫ້ເອື້ອອໍານວຍຢ່າງຍືນຍົງ.

ພາຍໃນງານໄດ້ມີ ພິທີລົງນາມໃນບົດບັນທຶກຂໍ້ຕົກລົງຮ່ວມມື (MOA) ຢ່າງເປັນທາງການ ລະຫວ່າງ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ໂດຍ ທ່ານ ວິຣະສັກ ວິຣະວົງ ແລະ ບໍລິສັດ RWA Co., Ltd ໂດຍ ທ່ານ Soonyun Kim ໂດຍມີ 2 ຂົງເຂດຍຸດທະສາດຫຼັກ ຄື: 1. ການເຊື່ອມໂຍງລະບົບ Xphere Project: ນຳເອົາເຕັກໂນໂລຊີ Digital Token “Xphere” ແລະ ໂຄງສ້າງພື້ນຖານເທິງ Xphere Mainnet ເຂົ້າສູ່ລະບົບກະດານຊື້-ຂາຍ Bitqik ຢ່າງປອດໄພ, 2. Lao Blockchain Festival: ຮ່ວມກັນເປັນເຈົ້າພາບຈັດງານມະຫະກໍາລະດັບສາກົນ ໃນໄຕມາດທີ 1 ຂອງປີ 2027 ເພື່ອດຶງດູດການລົງທຶນ ແລະ ນະວັດຕະກຳຈາກທົ່ວໂລກສູ່ ສປປ ລາວ, 3. ໃນໂອກາດດັງກ່າວ ກອງປະຊຸມ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມມີການແລກປ່ຽນຄໍາຄິດຄໍາເຫັນ. ຈາກນັ້ນ ໄດ້ມີພິທີເຊັນສັນຍາຮ່ວມມື MOA ລະຫວ່າງ ບໍລິສັດ RWA ແລະ ບໍລິສັດ Bitqik ໃນຕອນທ້າຍ ປະທານ ແລະ ຜູ້ເຂົ້າຮ່ວມ ຍັງໄດ້ຢ້ຽມຊົມການວາງສະແດງອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments