ຢໍລະປາ ກຣຸບ ໄດ້ລິເລີ່ມຈັດກອງປະຊຸມການທ່ອງທ່ຽວຊີວະນາໆພັນໃນ ສປປ ລາວ ຄັ້ງທີ I ຢູ່ນໍ້າກັດຢໍລະປາ ແຂວງອຸດົມໄຊ ໂດຍມີການຮ່ວມເປັນປະທານຈາກກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະກົມພັດທະນາການທ່ອງທ່ຽວກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍອົງການສາກົນ, ນັກວິຊາການ ແລະ ພາກເອກະຊົນ ເພື່ອວາງຮາກຖານການພັດທະນາການທ່ອງທ່ຽວຊີວະນາໆພັນຂອງປະເທດຢ່າງເປັນຮູບປະທຳ. ການຈັດກອງປະຊຸມຄັ້ງນີ້ ສອດຄ່ອງກັບນະໂຍບາຍຂອງລັດຖະບານ ໃນການອະນຸລັກຊີວະນາໆພັນ, ປົກປັກຮັກສາປ່າໄມ້ ແລະ ສົ່ງເສີມການທ່ອງທ່ຽວແບບຍືນຍົງ ຜ່ານກົນໄກຄວາມຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ເພື່ອສ້າງລາຍໄດ້ໃຫ້ຊຸມຊົນ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດໃຫ້ຍືນຍົງ.

ຜົນສຳເລັດສຳຄັນຂອງກອງປະຊຸມຄັ້ງນີ້ ແມ່ນການລົງນາມຄຳໝັ້ນສັນຍາຄວາມຮ່ວມມື 3 ຝ່າຍ ລະຫວ່າງ ກົມປ່າໄມ້, ກົມພັດທະນາການທ່ອງທ່ຽວ ແລະ ຢໍລະປາ ກຣຸບ ເພື່ອຮ່ວມກັນຂັບເຄື່ອນການອະນຸລັກຊີວະນາໆພັນ, ພັດທະນາການທ່ອງທ່ຽວທີ່ຍືນຍົງ, ສົ່ງເສີມການຄົ້ນຄວ້າ ແລະ ຍົກລະດັບຄວາມຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ໃຫ້ເກີດຜົນເປັນຮູບປະທຳ. ຄຳໝັ້ນສັນຍາດັ່ງກ່າວ ຖືເປັນຈຸດເລີ່ມຕົ້ນສຳຄັນຂອງການຮ່ວມມືໃນໄລຍະຍາວ ເພື່ອຜັກດັນໃຫ້ ສປປ ລາວ ກ້າວສູ່ການເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວຊີວະນາໆພັນໃນລະດັບພາກພື້ນ. ຕະຫຼອດກວ່າ 10 ປີຂອງການດຳເນີນງານ, ນໍ້າກັດຢໍລະປາ ໄດ້ພິສູດໃຫ້ເຫັນວ່າ ການອະນຸລັກທຳມະຊາດ ແລະ ຊີວະນາໆພັນ ສາມາດພັດທະນາໄປຄຽງຄູ່ກັບການທ່ອງທ່ຽວໄດ້. ປັດຈຸບັນ ໄດ້ຄົ້ນຄວ້າ ແລະ ຂຶ້ນທະບຽນຊີວະນາໆພັນຫຼາຍກວ່າ 2,000 ຊະນິດ ພ້ອມຄົ້ນພົບສາຍພັນໃໝ່ຂອງໂລກຫຼາຍກວ່າ 30 ຊະນິດ ແລະ ສ້າງພິພິທະພັນຊີວະນາໆພັນ ເພື່ອເປັນສູນການຮຽນຮູ້ ແລະ ການຄົ້ນຄວ້າ.

ທ່ານ ສົມເພັດ ມ້າວປະເສີດ ປະທານ ຢໍລະປ່າ ກຣຸບ ກ່າວວ່າ ເປົ້າໝາຍຂອງຢໍລະປາ ຄືການເຮັດໃຫ້ການອະນຸລັກທຳມະຊາດ ກາຍເປັນຮາກຖານຂອງການທ່ອງທ່ຽວ ທີ່ສ້າງລາຍໄດ້ໃຫ້ຊຸມຊົນ ແລະ ສະໜັບສະໜູນການພັດທະນາປະເທດຢ່າງຍືນຍົງ. ການລິເລີ່ມຈັດກອງປະຊຸມຄັ້ງນີ້ ຈຶ່ງສະທ້ອນໃຫ້ເຫັນບົດບາດຂອງ ຢໍລະປ່າ ກຣຸບ ໃນຖານະຜູ້ບຸກເບີກການທ່ອງທ່ຽວຊີວະນາໆພັນ ພ້ອມກັບການນຳພາ ແລະ ການສະໜັບສະໜູນຈາກພາກລັດ ຈົນນຳໄປສູ່ການລົງນາມຄຳໝັ້ນສັນຍາຮ່ວມ 3 ຝ່າຍ ອັນເປັນກ້າວສຳຄັນໃນການຂັບເຄື່ອນການອະນຸລັກ ແລະ ການທ່ອງທ່ຽວຢ່າງຍືນຍົງ ຂອງ ສປປ ລາວ ໃຫ້ກ້າວສູ່ລະດັບພາກພື້ນ ແລະ ສາກົນ.

