Homeຂ່າວກິລາຫຼາຍພາກສ່ວນສະໜັບສະໜູນລາວເປັນເຈົ້າພາບຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ

ຫຼາຍພາກສ່ວນສະໜັບສະໜູນລາວເປັນເຈົ້າພາບຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ

ວັນທີ 25 ກໍລະກົດ 2026 ທີ່ໂຮງແຮມແລນມາກລີເວີໄຊ ນະ ຄອນຫຼວງວຽງຈັນ ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ (ສປລ) ໄດ້ຈັດພິທີຖະແຫຼງຂ່າວເພື່ອປະກາດຄວາມພ້ອມໃນການເປັນເຈົ້າພາບຈັດງານແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາ ວະຊົນໂລກ ແລະ ຮຸ່ນທົ່ວໄປ ລາຍການ “WTT Youth Contender” (ຄັ້ງທີ 4) ແລະ “WTT Feeder Series” (ຄັ້ງທີ 2) ປະຈຳປີ 2026 ມີທ່ານ ກິ່ງມະໂນ ພົມມະໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທ່ານ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ປະທານກິດຕິມະສັກສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ທ່ານ ນາງ ວຽງເງິນ ໄຂຄຳພິທູນ ປະທານກິດຕິ ມະສັກສະຫະພັນກິລາໝາກແລ້ແຫ່ງຊາດລາວ ບັນດາຫົວໜ້າຮອງຫົວໜ້າກົມ ຜູ້ສະໜັບສະໜູນ ແລະ ນັກກິລາເຂົ້າຮ່ວມ.

ໃນພິທີທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວໄດ້ລາຍງານວ່າ:ການທີ່ລາວເຮົາໄດ້ ຮັບກຽດເປັນເຈົ້າພາບຈັດງານລະດັບໂລກຢ່າງຕໍ່ເນື່ອງເປັນຜົນມາຈາກຄວາມສົມບູນແບບ ແລະ ຄວາມມີມາດຕະຖານການຈັດ ງານໃນຜ່ານມາ ຈົນເປັນທີ່ຍອມຮັບຈາກສະຫະພັນກິລາປິ່ງປ່ອງອາຊີ ແລະ ສາກົນ ສຳລັບການແຂ່ງຂັນປີນີ້ມີຜູ້ເຂົ້າຮ່ວມ 22 ປະ ເທດ ມີ 403 ຄົນ ໃນນັ້ນເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ) ເຊິ່ງທີມນັກກິລາເຈົ້າພາບລາວເຮົາໄດ້ສົ່ງນັກກິລາ ແລະ ຄູຝຶກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9- 19 ປີ ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ 16 ຄົນ ການແຂ່ງຂັນຈະມີທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ ອາຍຸບໍ່ເກີນ 11 ປີ 13 ປີ 15 ປີ 17 ປີ ແລະ 19 ປີ ແລະ ຮຸ່ນທົ່ວໄປ ຊີງໄຊທັງໝົດ 32 ລາງວັນ.

ສຳລັບງົບປະມານ ແລະ ການສະ ໜັບສະໜູນ ງານຄັ້ງນີ້ໄດ້ຮັບການອຸປະຖຳອຸປະກອນແຂ່ງຂັນຈາກບໍລິສັດ ເຫີເປຍຍິນເຫີ ພ້ອມດ້ວຍການສະໜັບສະໜູນວັດຖຸ-ເງິນສົດຈາກພາກສ່ວນທຸລະກິດທັງພາຍໃນ ແລະ ຕ່າງ ປະເທດ ເຊິ່ງເປັນວັດຖຸມູນຄ່າຫຼາຍກວ່າ 5,7 ຕື້ກີບ ແລະ 21.000 ໂດລາສະຫະລັດ ພ້ອມ ທັງເງິນສົດ 1,24 ຕື້ກີບ ເປັນຕົ້ນໂຮງແຮມແລນມາກ 3,53 ຕື້ກີບ ບໍລິສັດ ລາວເວີນ 2,05 ຕື້ກີບ ທະນາຄານໄອຊີບີຊີ 650 ລ້ານກີບ ລາວໂທລະຄົມ 15.000 ໂດລາ ບໍລິສັດ ຮົງກົງທຽນຊິກຣຸບ 200 ລ້ານກີບ ລາວສະຕາມີເດຍ 5.000 ໂດລາ ໂຮງ ຮຽນຊັບປັນຍາ 75 ລ້ານກີບ ບໍລິສັດ ວູຫຼິງມໍເຕີ ທະນາຄານໄຊນາ ແລະ ບໍລິສັດ KRITTAPHONG ກຣຸບ ພາກສ່ວນລະ 50 ລ້ານກີບ ບໍລິສັດ ອາລິສາມະຫາຊັບສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່ 40 ລ້ານກີບ ນອກນີ້ຍັງມີບໍລິສັດອື່ນໆຕື່ມອີກ. ການແຂ່ງຂັນຄັ້ງດັ່ງກ່າວຈະ ຈະຈັດຂຶ້ນວັນທີ 30 ກໍລະກົດ ຫາ ວັນທີ 8 ສິງຫາ 2026 ທີ່ສູນ ການຄ້າລາວ-ໄອເຕັກ ມອລ ນະ ຄອນຫຼວງວຽງຈັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments