Homeຂ່າວການເມືອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ນອກແວ ພົບປະສອງຝ່າຍເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ນອກແວ ພົບປະສອງຝ່າຍເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 23 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະຫາລືສອງຝ່າຍກັບ ທ່ານ ເອບເພນ ບາດ ໄອເດ (Espen Barth Eide), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມປິ່ນອ້ອມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ທີ່ ນະຄອນຫຼວງມານິລາ, ສາທາລະນະລັດ ຟິລິບປິນ.

ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດ, ທັງສອງຝ່າຍໄດ້ສະແດງຄວາມປິຕີຍິນດີເປັນຢ່າງຍິ່ງທີ່ໄດ້ພົບປະກັນໃນຄັ້ງນີ້ ເຊິ່ງຖືເປັນນິມິດໝາຍອັນສໍາຄັນໃນການຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃຫ້ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສປປ ລາວ ແລະ ນອກແວ ເຊິ່ງໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 35 ປີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນ ໃນວັນທີ 12 ພະຈິກ 1991.

ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້ຮ່ວມກັນກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອເສີມຂະຫຍາຍສາຍພົວພັນໃຫ້ມີຄວາມແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ, ໂດຍສະເພາະການເລັ່ງຊຸກຍູ້ການຮ່ວມມືດ້ານເສດຖະກິດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ເກີດດອກອອກຜົນ. ໃນຕອນທ້າຍ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ແລະ ຄວາມຄິດເຫັນຢ່າງກົງໄປກົງມາ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments