Homeຂ່າວດ່ວນເຈົ້າໜ້າທີ່ກັກຕົວແກ້ງ ສະແກມເມີ 51 ຄົນ ຢູ່ບ້ານ ໂພນສະຫວັນເໜືອ ເມືອງແປກ

ເຈົ້າໜ້າທີ່ກັກຕົວແກ້ງ ສະແກມເມີ 51 ຄົນ ຢູ່ບ້ານ ໂພນສະຫວັນເໜືອ ເມືອງແປກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາ ການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ກວດຄົ້ນໂຮງແຮມແຫ່ງໜຶ່ງ ຢູ່ບ້ານ ໂພນສະຫວັນເໜືອ ເມືອງແປກ ແຂວງຊຽງຂວາງ ສາມາດກັກຕົວແກ້ງສະແກມເມີ 51 ຄົນ (ຍິງ 4 ຄົນ) ມີ 4 ສັນຊາດຄືຄົນໄຕ້ຫວັນ: 33 ຄົນ (ຍິງ 2 ຄົນ); ຄົນອິນໂດເນເຊຍ: 8 ຄົນ (ຍິງ 1 ຄົນ); ຄົນຈີນ 5 ຄົນ; ຄົນຍີ່ປຸ່ນ: 5 ຄົນ (ຍິງ 1 ຄົນ) ແລະ ຢຶດຂອງກາງໄດ້ຫຼາຍ ລາຍລາຍການ, ມີ ຄອມພິວເຕີ 60 ເຄື່ອງ, ໂທລະສັບມືຖື 76 ເຄື່ອງ, ໜັງສືເດີນທາງ (Passport) 29 ຫົວ, ວີຊາ 3 ຫົວ, ລົດໃຫຍ່ 1 ຄັນ, ລົດໄຟຟ້າ 2 ຄັນ, ໂຕະ, ຕັ່ງ ແລະ ອຸປະກອນອື່ນໆ ອີກຈຳນວນໜຶ່ງ.

ກ່ອນກັກຕົວພວກກ່ຽວຍ້ອນພົນລະເມືອງດີໄດ້ແຈ້ງເບາະແສວ່າມີກຸ່ມຄົນຕ່າງປະເທດມາພັກເຊົາມີການເຄື່ອນໄຫວຜິດປົກກະຕິ, ເຊິ່ງໂຮງແຮມດັ່ງກ່າວເປັນຂອງຄົນລາວ ແຕ່ໃຫ້ ທ້າວຊຸນ ອາຍຸ 50 ປີ ສັນຊາດຈີນ ເຊົ່າຢູ່ ໂດຍຜູ້ກ່ຽວໄດ້ເອົາຕົວຫຼົບໜີ ແລະ ປິດປະຕູໂຮງແຮມໄວ້ ຄືບໍ່ມີຄົນຢູ່ ແຕ່ເປີດໄຟ ແລະ ເປີດເຄື່ອງປັບອາກາດໄວ້ຕະຫຼອດເວລາ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ, ພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ເຄື່ອນໄຫວເປັນກຸ່ມແກ້ງ ມີການວາງແຜນຮອບຄອບ ໂດຍໂຄສະນາຂາຍເຄື່ອງທາງອອນລາຍ ເຊັ່ນ: ເສື້ອຜ້າ, ເຟີນີເຈີ, ເຄື່ອງເອເລັກໂຕຣນິກ ໃຫ້ແກ່ປະຊາຊົນຢູ່ໄຕ້ຫວັນ.

ເມື່ອລູກຄ້າໂອນເງິນຊຳລະຄ່າສິນຄ້າແລ້ວ ແມ່ນຈະບໍ່ມີການສົ່ງສິນຄ້າໃຫ້. ໂດຍມີ ທ້າວ ຊຸນ ເປັນຫົວໂປ່ໂຕການບໍລິຫານ, ເກັບຮັກສາໜັງສືເດີນທາງ ແລະ ເປັນຜູ້ຈ່າຍຄ່າຕອບແທນ. ໃນຂະນະທີ່ເຈົ້າໜ້າທີ່ກວດຄົ້ນ, ທ້າວ ຊຸນ ໄດ້ຂັບລົດເກັງສີດຳ ຫຼົບໜີໄປກ່ອນ.

ປັດຈຸບັນ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ໄດ້ສະເໜີສົ່ງຜູ້ຖືກຫາທັງໝົດ 51 ຄົນ ໃຫ້ກົມຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ເພື່ອສືບຕໍ່ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ພ້ອມທັງສະເໜີອອກຄຳສັ່ງກັກຕົວຊົ່ວຄາວ ແລະ ອອກຄຳສັ່ງຈັບຕົວ ທ້າວ ຊຸນ ເພື່ອນຳຕົວມາລົງໂທດຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງຊຽງຂວາງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments