Homeຂ່າວໜ້າໜຶ່ງໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນກໍລະກົດ 2026

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນກໍລະກົດ 2026

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ 2026 ໄຂຂຶ້ນໃນຕອນເຊົ້າວັນທີ 27 ກໍລະກົດ 2026 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານຄະນະກຳມະການປົກຄອງນະຄອນ ຫລວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນສິງຫາ 2026.

ກອງປະຊຸມ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາ ເຜົ່າກຳລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ5ປີ ຄັ້ງທີ X ແລະ ຢູ່ໃນໄລຍະກະກຽມວຽກງານຮອບດ້ານ ເພື່ອຍົກລະ ດັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນວາລະແຫ່ງຊາດ. ຄຽງຄູ່ກັນນັ້ນ, ກໍໃນທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນ ບັນຫາຂໍ້ຂັດແຍ່ງຢູ່ເຂດຕາເວັນອອກກາງ, ບັນຫາອູແກຣນ, ບັນຫາທະເລຈີນໃຕ້, ບັນຫາຄວາມເຄັ່ງຕຶງຢູ່ປະເທດໃກ້ຄຽງ ແລະ ອື່ນໆ ຊຶ່ງສົ່ງຜົນກະທົບເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ. ສໍາລັບປະເທດລາວເຮົາ ກໍໄດ້ຮັບຜົນກະທົບຈາກສະພາບດັ່ງກ່າວ ໂດຍສະເພາະຫາກສະພາບຍັງສືບຕໍ່ຍືດເຍື້ອຕໍ່ໄປ ອາດຈະເຮັດໃຫ້ລາຄານ້ຳມັນເຊື້ອໄຟສູງຂຶ້ນ, ເຮັດໃຫ້ຕົ້ນທຶນການນຳເຂົ້າ, ການຂົນສົ່ງ, ການຜະລິດ ແລະ ການບໍລິການພາຍໃນປະເທດສູງຂຶ້ນ. ພ້ອມກັນນັ້ນ, ການຜັນຜວນຂອງອັດຕາແລກປ່ຽນ ຈາກການແຂງຄ່າຂອງເງິນຕາຕ່າງປະເທດ ແລະ ຜົນກະທົບຈາກໄພພິບັດທຳມະຊາດ ອາດຈະສົ່ງຜົນໃຫ້ລາຄາສິນຄ້ານຳເຂົ້າສູງຂຶ້ນ, ກະທົບຕໍ່ຄ່າຄອງຊີບ, ກຳລັງຊື້, ຕົ້ນທຶນຂອງພາກທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ສະນັ້ນ, ຕ້ອງໄດ້ມີມາດຕະການຮັບມືແກ້ໄຂແຕ່ຫົວທີ ໃຫ້ທັນການ ເພື່ອບໍ່ໃຫ້ກະທົບຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.

ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງຄື: ການປະຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາເດືອນກໍລະກົດ ແລະ ທິດທາງແຜນການປະຈຳເດືອນສິງຫາ 2026 ຂອງລັດຖະບານ, ສະພາບພົ້ນເດັ່ນ ພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການແກ້ໄຂບັນຫານໍ້າມັນເຊື້ອໄຟ; ຜົນການຄົ້ນຄວ້າປັບປຸງບັນຊີກິດຈະການຄວບຄຸມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ; ຄວາມຄືບໜ້າຂອງບັນດາຮ່າງກົດໝາຍ ທີ່ຈະນຳເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X; ຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຕອບສະໜອງການພັດທະນາໃນເງື່ອນໄຂໃໝ່; ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ;ຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ; ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະ ບານ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ, ມີທາງອອກທີ່ຈະແຈ້ງ, ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນີ້ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments