ງານສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ຢູ່ບາງກອກ, ລາຊະອານາຈັກໄທ, ມີບັນດາຜູ້ກໍ່ຕັ້ງ, ຄະນະສະພາບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຈາກພາກລັດ ແລະ ພາກເອກະຊົນຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ໃນນັ້ນ, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ ທີ່ໄດ້ຮ່ວມລົງນາມໃນກົດບັດສະຖາບັນແມ່ນໍ້າຂອງ ໃນປີ 2003, ໄດ້ຂຶ້ນກ່າວຄໍາເຫັນຊົມເຊີຍ ໂດຍໄດ້ຫວນຄືນເຖິງບົດບາດຄວາມສໍາຄັນ ຂອງສະຖາບັນແມ່ນໍ້າຂອງ ໃນຖານະເປັນອົງການຈັດຕັ້ງລະຫວ່າງລັດຖະບານຂອງປະເທດອະນຸພາກພື້ນແມ່ນໍ້າຂອງ, ໄດ້ຊົມເຊີຍໝາກຜົນແຫ່ງ ການເຕີບໃຫຍ່ຂະຫຍາຍຕົວ ຢ່າງມີຄຸນນະພາບຂອງສະຖາບັນແມ່ນໍ້າຂອງ ແລະ ບັນດາຜົນສຳເລັດອັນພົ້ນເດັ່ນທີ່ສ້າງມາໄດ້ ຕະຫລອດໄລຍະ 3 ທົດສະວັດ ຜ່ານມາ ໂດຍສະເພາະ ການປະກອບສ່ວນສໍາຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ໃນຂະແໜງກະສິກໍາ, ການຄ້າ, ການລົງທຶນ, ພະລັງງານ, ສິ່ງແວດ ລ້ອມ, ສາທາລະນະສຸກ, ດີຈິຕອນ ແລະ ຄົມມະນາຄົມຂົນສົ່ງ ໃຫ້ແກ່ບັນດາປະເທດໃນພາກພື້ນແມ່ ນໍ້າຂອງ ລວມທັງ ສປປ ລາວ ຢ່າງຕໍ່ເນື່ອງຕະຫລອດມາ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ຄູ່ຮ່ວມພັດທະນາ ແລະ ອົງການ ຈັດຕັ້ງສາກົນ ທີ່ໄດ້ຊ່ວຍຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງສະຖາບັນແມ່ນໍ້າຂອງ ເພື່ອສະໜັບສະໜູນການພັດທະນາແບບຍືນຍົງ ແລະ ທົ່ວເຖິງຂອງພາກພື້ນ.
ພ້ອມກັນນີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ກ່າວຕ້ອນຮັບໃນງານສະ ເຫລີມສະຫລອງດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນເປົ້າໝາຍລວມ ຂອງການສ້າງຕັ້ງສະຖາບັນແມ່ນໍ້າຂອງ, ຜົນສຳເລັດອັນສໍາຄັນ ທີ່ສ່ອງແສງໃຫ້ເຫັນເຖິງຖານະບົດບາດຂອງສະຖາບັນແມ່ນໍ້າຂອງ ໄດ້ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງໄດ້ຊຸກຍູ້ ໃຫ້ສະຖາບັນແມ່ນໍ້າຂອງ ສືບຕໍ່ເສີມຂະ ຫຍາຍໝາກຜົນຕ່າງໆທີ່ຜ່ານມາ ແລະ ໃຫ້ສາມາດຮັບມືກັບສິ່ງທ້າທາຍ ໃນປັດຈຸບັນ ແລະ ອະນາຄົດ ເພື່ອສືບຕໍ່ຍົກສູງຂີດຄວາມສາມາດໃຫ້ແກ່ຊັບພະຍາກອນມະນຸດ, ຊຸກຍູ້ການແລກປ່ຽນສົນທະນາລະ ດັບພາກພື້ນທາງດ້ານນະໂຍບາຍ ແລະ ຄວາມຮູ້ວິຊາການ ແລະ ສົ່ງເສີມການຮ່ວມມື ແລະ ການເຊື່ອມໂຍງພາກພື້ນ ໃຫ້ກວ້າງຂວາງກວ່າເກົ່າ ໂດຍສະເພາະການຈັດຕັ້ງປະຕິບັດແຜນຍຸດທະສາດຂອງສະຖາບັນແມ່ນໍ້າຂອງ ໄລຍະປີ 2026-2030 ໃຫ້ບັນລຸຜົນສໍາເລັດ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ພາກພື້ນແມ່ນໍ້າຂອງ.
ນອກຈາກນີ້, ທ່ານ ສຸຣະກຽດ ສະຖຽນໄທ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ລາຊະອານາ ຈັກໄທ ໃນນາມຕາງໜ້າລັດຖະບານ ແຫ່ງ ລາຊະອານາຈັກໄທ ທີ່ໄດ້ຮ່ວມລົງນາມໃນກົດບັດສະຖາບັນແມ່ນໍ້າຂອງ ກໍໄດ້ຂຶ້ນກ່າວຄໍາເຫັນຊົມເຊີຍເຊັ່ນດຽວກັນ ແລະ ທ່ານ ເຕດ ບຸນນາກ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ, ທີ່ປຶກສາກິຕິມະສັກ ສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ໃຫ້ກຽດກ່າວເປີດງານສະເຫລີມສະຫລອງດັ່ງກ່າວ. ທັງສອງທ່ານ ລ້ວນແລ້ວແຕ່ແມ່ນເພື່ອນຮ່ວມງານທີ່ດີຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໄລຍະເຄື່ອນໄຫວວຽກງານການພົວພັນຕ່າງປະເທດ ໄລຍະຜ່ານມາ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.

