Homeທຸລະກິດລົດໄຟຟ້າລຸ້ນໃໝ່ ອໍລາ 5 ເອັດຢູວີ ມີຈໍາໜ່າຍແລ້ວໃນຕະຫລາດລາວ

ລົດໄຟຟ້າລຸ້ນໃໝ່ ອໍລາ 5 ເອັດຢູວີ ມີຈໍາໜ່າຍແລ້ວໃນຕະຫລາດລາວ

ລົດໄຟຟ້າ 100% ລຸ້ນໃໝ່ ອໍນິວໂອລາ 5 ເອັດຢູວີ (All-new ORA 5 SUV) ມີວາງຈຳໜ່າຍແລ້ວໃນຕະຫລາດ ສປປ ລາວ ຊຶ່ງພິທີນຳສະເໜີລົດຍີ່ຫໍ້ດັ່ງກ່າວ ຈັດຂຶ້ນໃນວັນທີ 25 ກໍລະ ກົດ 2026 ຢູ່ຫ້ອງຂາຍລົດ GWM ບ້ານໂພນທັນ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍມີຜູ້ບໍລິຫານຂອງບໍລິສັດໂອໂຕເອເຊຍ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ນາງ ສົມປະສົງ ພະສິນສັກສິດ ຜູ້ຈັດການທົ່ວໄປ ບໍລິສັດ ໂອໂຕເອເຊຍ ໄດ້ກ່າວວ່າ: Great Wall Motor (GWM) ແມ່ນໜຶ່ງໃນຜູ້ຜະລິດລົດຊັ້ນນຳ ທີ່ມີປະສົບການຍາວນານດ້ານການພັດທະນາເຕັກໂນໂລຊີລົດພະລັງງານໃໝ່. ສຳລັບ ຍີ່ຫໍ້ ຫລື ແບຣນ ORA ໄດ້ຖືກພັດທະນາຂຶ້ນເພື່ອນຳສະເໜີລົດພະລັງງານທາງເລືອກໃໝ່ ທີ່ປະສົມປະສານການອອກແບບທີ່ທັນສະໄໝ, ເຕັກໂນໂລຊີອັດສະລິຍະ ແລະ ມາດຕະຖານຄວາມປອດໄພລະດັບໂລກ. ການນຳສະເໜີ All-new ORA 5 SUV ເຂົ້າສູ່ຕະຫລາດລາວ ເປັນອີກທາງເລືອກໃໝ່ໃຫ້ແກ່ຜູ້ບໍລິໂພກ ໂດຍສະເພາະ ຜູ້ທີ່ສົນໃຈລົດໄຟຟ້າ, ມັກການອອກແບບທີ່ເປັນເອກະລັກ ແລະ ຕ້ອງການລົດທີ່ປະຢັດ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ຈຸດເດັ່ນຂອງ ORA 5 ລົດຮຸ່ນນີ້ ມາພ້ອມມໍເຕີໄຟຟ້າ ກຳລັງ 150 ກິໂລວັດ ແລະ ແຮງບິດ 260 ນິວຕັນແມັດ, ຕິດຕັ້ງແບັດເຕີຣີ Lithium Iron Phosphate (LFP) ຂະໜາດ 58,3 ກິໂລວັດໂມງ, ສາມາດຂັບຂີ່ໄດ້ໄກເຖິງ 520 ກິໂລແມັດ ຕາມມາດຕະຖານ NEDC, ລົດຮອງຮັບການສາກໄຟດ່ວນ DC ສູງສຸດ 120 ກິໂລວັດ ແລະ ສາມາດສາກຈາກ 10-80% ໄດ້ພາຍໃນ 30 ນາທີ. ຕົວລົດຮັບປະກັນ 4 ປີ ຫລື 150.000 ກິໂລແມັດ, ມໍເຕີ ແລະ ແບັດເຕີຣີ ຮັບປະກັນ 8 ປີຕໍ່ 150.000 ກິໂລແມັດ.

ດ້ານການອອກແບບ ORA 5 ເນັ້ນການປະສົມປະສານແບບຍ້ອນຍຸກ (ສະໄຕຄລາສສິກ) ແລະ ຄວາມທັນສະໄໝ ດ້ວຍຮູບຊົງທີ່ລຽບຫລູ, ໂດດເດັ່ນ, ພາຍໃນ ແລະ ນອກລົດ ອອກແບບເນັ້ນຄວາມລຽບຫລູ, ສວຍງາມ ແລະ ການໃຊ້ງານທີ່ສະດວກ ພ້ອມເຕັກໂນໂລຊີທີ່ທັນສະໄໝ, ມີຈໍສະແດງຜົນກາງຂະໜາດ 14,6 ນິ້ວ ຮອງຮັບລະບົບສັ່ງງານດ້ວຍສຽງ, ມີເມນູພາສາໄທ ແລະ ຮອງຮັບການອັບເດດລະບົບແບບໄຮ້ສາຍ. ລາຄາເລີ່ມຕົ້ນ 19.990 ໂດລາສະຫະລັດ, ສຳລັບລູກຄ້າທີ່ຈັບຈອງໃນໄລຍະນີ້ ຈະໄດ້ຮັບຂອງແຖມຫລາຍລາຍການ ຊຶ່ງລາຍລະອຽດ ສາມາດຕິດຕໍ່ພະແນກຂາຍ GWM Laos.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments