Homeທ່ອງທ່ຽວການພັດທະນາເສດຖະກິດ ແລະ ການທ່ອງທ່ຽວ ຢູ່ຕາແສງກະດັນຂະຫຍາຍຕົວຢ່າງແຂງແຮງ

ການພັດທະນາເສດຖະກິດ ແລະ ການທ່ອງທ່ຽວ ຢູ່ຕາແສງກະດັນຂະຫຍາຍຕົວຢ່າງແຂງແຮງ

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026, ຕາແສງກະດັນ ເມືອງໂຂງ ແຂວງຈຳປາສັກ ໄດ້ມີການພັດທະນາຢ່າງແຂງແຮງ ທາງດ້ານການທ່ອງທ່ຽວ, ເສດຖະກິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາພື້ນຖານໂຄງລ່າງ. ທ່ານ ຈັນສະໝອນ ໄຊປະເສີດ ປະທານຄະນະກຳມະການປົກຄອງຕາແສງກະດັນ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 06 ເດືອນຕົ້ນປີ 2026, ຕາແສງກະດັນ ສາມາດຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 91.007 ຄົນ ໃນນັ້ນ, ເປັນນັກທ່ອງທ່ຽວຕ່າງປະເທດເຖິງ 49.897 ຄົນ ແລະ ແຂກພາຍໃນ 40.110 ຄົນ. ພາຍໃນຕາແສງມີແຫລ່ງທ່ອງທ່ຽວທຳມະຊາດ ທີ່ສຳຄັນລະດັບຊາດ ເຊັ່ນ: ນ້ຳຕົກຕາດຄອນພະເພັງ, ສະຖານທີ່ກາບໄຫວ້ຕົ້ນໄມ້ມະນີໂຄດ, ນ້ຳຕົກຕາດສົມພະມິດ ເຫລົ່ານີ້ເປັນຕົ້ນ. ສຳລັບການພັດທະນາເສດຖະກິດ ແລະ ການຜະລິດ: ສາມາດເກັບກ່ຽວເຂົ້ານາແຊງໄດ້ 16.945 ໂຕນ ໃນເນື້ອທີ່ 3.389 ເຮັກຕາ ແລະ ສາມາດປັກດຳເຂົ້ານາປີໄດ້ 79% ຂອງແຜນການ; ມີຟາມລ້ຽງສັດ, ຄອບຄົວຕົວແບບໃນການລ້ຽງປາ, ຄອບຄົວຜະລິດເສັ້ນເຝີ-ເຂົ້າປຸ້ນ-ເຂົ້າປຽກ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ-ກາງ (SME) ທີ່ເຂັ້ມແຂງ ໂດຍສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 296 ລ້ານກວ່າກີບ (ເທົ່າກັບ 79% ຂອງແຜນການ); ພື້ນຖານໂຄງລ່າງ ແລະ ໄຟຟ້າ: ເຂດຕາແສງກະດັນປະກອບມີ 23 ບ້ານ, ມີ 4.255 ຄອບຄົວ, ປະຊາກອນ 26.399 ຄົນ. ປັດຈຸບັນ, ປະຊາຊົນທຸກບ້ານ (100%) ໄດ້ມີໄຟຟ້າໃຊ້ຢ່າງທົ່ວເຖິງ.

ທ່ານ ຈັນສະໝອນ ໄຊປະເສີດ ໃຫ້ຮູ້ຕື່ມວ່າ: ສ່ວນວຽກງານປ້ອງກັນຄວາມສະຫງົບ (ປກສ-ປກຊ): ໄດ້ສຸມໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຍາເສບຕິດ, ສາມາດມ້າງ ແລະ ແກ້ໄຂປະກົດການຫຍໍ້ທໍ້ໄດ້ 39 ເລື່ອງ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທ້ອງຖິ່ນ; ວຽກງານສາທາລະນະສຸກ ແລະ ການສຶກສາ: ມີສຸກສາລາ 03 ແຫ່ງ (ຂີ້ນາກ, ນາກະສັງ ແລະ ໂສດ) ພ້ອມໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມ ທີ່ສາມາດຍົກລະດັບການສຶກສາຂອງລູກຫລານປະຊາຊົນ ໃຫ້ໄດ້ຮຽນຈົບຂັ້ນມັດທະຍົມຕອນຕົ້ນຂຶ້ນໄປ. ທິດທາງແຜນການໃນຕໍ່ໜ້າຕາແສງກະດັນ ຈະສືບຕໍ່ຊຸກຍູ້ການຜະລິດເປັນສິນຄ້າ, ສ້າງລາຍຮັບໃຫ້ປະຊາຊົນຢ່າງຍືນຍົງ, ລະດົມທຶນພັດທະນາພື້ນຖານໂຄງລ່າງ ແລະ ຍົກລະດັບຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນ ໃຫ້ດີຂຶ້ນເລື້ອຍໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments