Homeຂ່າວຕ່າງປະເທດຍີ່ປຸ່ນ ຈະສົ່ງນັກສຶກສາແລກປ່ຽນໄປ ຣັດເຊຍ ຄັ້ງທຳອິດ ໃນຮອບ 7 ປີ

ຍີ່ປຸ່ນ ຈະສົ່ງນັກສຶກສາແລກປ່ຽນໄປ ຣັດເຊຍ ຄັ້ງທຳອິດ ໃນຮອບ 7 ປີ

ສຳນັກຂ່າວກຽວໂດ ຂອງຍີ່ປຸ່ນ: ລັດຖະບານຍີ່ປຸ່ນ ຈະຟື້ນຟູໂຄງການສົ່ງນັກສຶກສາແລກປ່ຽນ ໄປຍັງຣັດເຊຍ ເປັນຄັ້ງທຳອິດ ໃນຮອບ 7 ປີ ໂດຍເລີ່ມຕັ້ງແຕ່ເດືອນສິງຫານີ້ ຫລັງຈາກຕ້ອງຢຸດຕິໂຄງການ ເນື່ອງຈາກການແພ່ລະບາດ ຂອງໂຄວິດ-19 ລວມເຖິງການທີ່ຣັດເຊຍ ບຸກອູແກຣນ.

ກະຊວງການຕ່າງປະເທດຍີ່ປຸ່ນ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ນັກສຶກສາທີ່ຮຽນພາສາຣັດເຊຍ ປະມານ 15 ຄົນ ຈະເດີນທາງໄປຍັງ ນະຄອນເຊນປີເຕີສະເບີກທາງຕາເວັນຕົກສຽງເໜືອ ຂອງຣັດເຊຍ ເປັນເວລາປະມານ 10 ວັນ ເພື່ອຮຽນພາສາ ແລະ ພົບປະແລກປ່ຽນ ກັບ ນັກສຶກສາຢູ່ຣັດເຊຍ.

ເຖິງຢ່າງໃດກໍຕາມ, ກະຊວງດັ່ງກ່າວຍັງເນັ້ນໜັກເຖິງຄວາມສຳຄັນ ຂອງການແລກປ່ຽນ ລະຫວ່າງ ປະຊາຊົນ ໂດຍລະບຸວ່າ: ຄົນຮຸ່ນໃໝ່ເຊິ່ງຈະເປັນກຳລັງສຳຄັນໃນການສົ່ງເສີມສາຍພົວພັນທະວິພາຄີ ໃນອະນາຄົດຈຳເປັນຕ້ອງຮຽນຮູ້ພາສາຂອງກັນແລະກັນ ແລະ ສ້າງປະຕິສຳພັນລະຫວ່າງກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments