Homeຂ່າວຕ່າງປະເທດຈີນ ຕັ້ງເປົ້າໝາຍເພີ່ມການໃຊ້ ພະລັງງານໝູນວຽນ 53% ໃນປີ 2030

ຈີນ ຕັ້ງເປົ້າໝາຍເພີ່ມການໃຊ້ ພະລັງງານໝູນວຽນ 53% ໃນປີ 2030

ສຳນັກຂ່າວອິນໂຟເຄວສ: ຈີນ ປະກາດຕັ້ງເປົ້າໝາຍເພີ່ມການນຳໃຊ້ພະລັງງານໝູນວຽນ 53% ໃນໄລຍະ 5 ປີ ຂ້າງໜ້າພ້ອມທັງເລັ່ງຍົກລະດັບສະຖຽນລະພາບການຜະລິດໄຟຟ້າ ຈາກພະລັງງານລົມ ແລະ ພະລັງງານແສງຕາເວັນ. ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ (NDRC) ໄດ້ເຜີຍແຜ່ແຜນພັດທະນາພະລັງງານໝູນວຽນໄລຍະ 5 ປີ ເຊິ່ງລະບຸວ່າ: ການໃຊ້ພະລັງງານໝູນວຽນຄວນເພີ່ມຂຶ້ນເປັນ 1,8 ຕື້ໂຕນທຽບເທົ່າຖ່ານຫີນ ໃນປີ 2030 ຈາກ 1,18 ຕື້ໂຕນ ທຽບເທົ່າຖ່ານຫີນ ໃນປີ 2025 ເຊິ່ງສອດຄ່ອງກັບເປົ້າໝາຍທີ່ລັດຖະບານຈີນ ໄດ້ກຳນົດໃຫ້ເພີ່ມອັດຕາສ່ວນການໃຊ້ພະລັງງານທີ່ບໍ່ແມ່ນເຊື້ອໄຟຟອດຊິນ.

ນອກຈາກນີ້, ແຜນດັ່ງກ່າວ ຍັງໄດ້ກຳນົດເປົ້າໝາຍຫລາຍປະການເພື່ອເພີ່ມຄວາມໝັ້ນຄົງຂອງພະລັງງານໝູນວຽນ. ໂດຍພະລັງງານລົມ ແລະ ພະລັງງານແສງຕາເວັນ ເຊິ່ງໄດ້ຮັບການສະໜັບສະໜູນ ຈາກລະບົບກັກເກັບພະລັງງານຕ້ອງສາມາດຜະລິດໄຟຟ້າໄດ້ ກວມເອົາ 20% ຂອງຄວາມຕ້ອງການໃຊ້ໄຟຟ້າໃນໄລຍະທີ່ມີການນຳໃຊ້ສູງສຸດ ຂອງລະດູຮ້ອນ ແລະ ລະດູໜາວເພີ່ມຂຶ້ນປະມານ 10% ເມື່ອທຽບໃສ່ໄລຍະຜ່ານມາ. ໃນຂະນະດຽວກັນ ຈີນ ຍັງຕັ້ງເປົ້າໝາຍເພີ່ມກຳລັງການຜະລິດໄຟຟ້າ ຈາກພະລັງງານໝູນວຽນເພື່ອຮອງຮັບໄລຍະທີ່ມີຄວາມຕ້ອງການໃຊ້ໄຟຟ້າສູງສຸດ ໃຫ້ເປັນ 300 ກິກະວັດ (GW) ໃນປີ 2030 ທີ່ລັດຖະບານຈີນ ໄດ້ປະກາດໄວ້ກ່ອນໜ້ານີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments