ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2026 ທີ່ ມະນີລາ, ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີລົງນາມເອກະສານ ເພື່ອເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ໂດຍປະເທດໂປໂລຍ, ລິດຕົວນີ, ຣູມານີ ແລະ ຊູແອດ. ການເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນສຽງໃຕ້ ຢ່າງເປັນທາງການ ໂດຍ 4 ປະເທດດັ່ງກ່າວເຮັດໃຫ້ຈໍານວນພາຄີຂອງສົນທິສັນຍາ ເພີ່ມເປັນທັງໝົດ 62 ພາຄີໃນປັດຈຸບັນ.

ໃນຕອນບ່າຍວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງຕ່າງປະເທດ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລະດັບສູງຂອງພາຄີສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ຊຶ່ງເປັນໜຶ່ງໃນກິດຈະກຳເພື່ອສະເຫລີມສະຫລອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງສົນທິສັນຍາດັ່ງກ່າວ. ກອງປະຊຸມແບ່ງອອກເປັນ 3 ພາກຍ່ອຍຄື: ການປ້ອງກັນຂໍ້ຂັດແຍ່ງ ແລະ ການທູດປ້ອງກັນເຫດ, ການເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ ແລະ ການເພີ່ມທະວີການຮ່ວມມືເພື່ອຮັບມືກັບໄພຂົ່ມຂູ່ ແລະ ຂໍ້ສີ່ງທ້າທາຍຕ່າງໆ ທີ່ອາດເກີດຂຶ້ນ ເປັນຕົ້ນ ອາຊະຍາກໍາຂ້າມຊາດ, ການສໍ້ໂກງຫລອກລວງທາງອອນລາຍ, ການຄ້າຢາເສບຕິດ ແລະ ການຄ້າມະນຸດ, ໄພພິບັດທາງທໍາມະຊາດ ແລະ ອື່ນໆ ຊຶ່ງຄະນະຜູ້ແທນລາວ ໄດ້ເຂົ້າຮ່ວມກ່າວຄໍາເຫັນໃນກອງປະຊຸມລະດັບສູງດັ່ງກ່າວ ໃນພາກທີ 3. ການຈັດກອງປະຊຸມລະດັບສູງຂອງພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ຄັ້ງນີ້ຍັງເປັນການຢໍ້າຄືນຄວາມໝາຍຄວາມສຳຄັນຂອງ ສົນທິສັນຍາດັ່ງກ່າວ ທີ່ໄດ້ເປັນເອກະສານພື້ນຖານສຳຄັນ ປະກອບສ່ວນເຂົ້າໃນການສົ່ງເສີມການຮ່ວມມືໃນພາກພື້ນ ແລະ ໃນໂລກ, ສົ່ງເສີມສັນຕິພາບ ແລະ ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ. ພ້ອມນີ້, ໃນພາກສົນທະນາຍ່ອຍຕ່າງໆ ບັນດາປະເທດພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ໄດ້ຢໍ້າຄືນການຍຶດໝັ້ນຫລັກການພື້ນຖານຂອງ ສົນທິສັນຍາ ກໍຄື ການເຄົາລົບອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ການບໍ່ແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ບໍ່ໃຊ້ການຂົ່ມຂູ່ ຫລື ໃຊ້ກຳລັງ ແລະ ການຮ່ວມມືເພື່ອການພັດທະນາຂອງພາກພື້ນ.

